ງານພົບປະແລກປ່ຽນ ”ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ”
(ພາບປະກອບ: caodangytb.edu.vn)
(vovworld)- ງານພົບປະແລກປ່ຽນ”ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ” ດຳເນີນໄປຢູ່ແຂວງ ທາຍບີ່ງໃນວັນທີ 16/10 ເພື່ອເຊື່ອມຕໍ່ຜູ້ໃຈບຸນໃຈກຸສົນ, ຮ່ວມແຮງຮ່ວມໃຈຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ. ທີ່ງານພົບປະແລກປ່ຽນ, ມີ 40 ໝູ່ຄະນະ ແລະ ສ່ວນບຸກຄົນ ໄດ້ບໍລິຈາກຈຳນວນເງິນກວ່າ 50 ລ້ານດົ່ງເພື່ອຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ.
ໃນຊຸມປີຜ່ານມາ, ວົງຄະນາຍາດໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແຂວງທາຍບີ່ງ ຈຳນວນເງິນກວ່າ 36 ຕື້ດົ່ງ. ຈາກນັ້ນ ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີຮ ໄດ້ຫນູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ 30 ຄອບຄົວ, ຫນູນຊ່ວຍເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ 60.000 ຄົນ, ມອບລົດເຂັນ, ຈັດຕັ້ງການກວດແລະ ປິ່ນປົວພະຍາດກໍຄືແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ນອກນັ້ນ ຍັງສອນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ລູກຫລານຂອງເຂົາເຈົ້າ.