ງານພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ

ງານພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ - ảnh 1
ບັນດາສະຫາຍການນຳມອບດອກໄມ້ໃຫ້ນັກກິລາເຂົ້າຮ່ວມງານພົບປະແລກປ່ຽນ
(ພາບ: baoninhbinh.org.vn)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 29 – 31/12/2012, ຢູ່​ແຂ​ວງ ນິນ​ບິ່ນ (Ninh Binh) ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ຫວຽດນາມ - ລາວ ລະຫວ່າງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ອົງຄະນະ​ພັກ​ແຂວງ ນິນ​ບິ່ນ ​ໂດຍ​ທ່ານ: ຮ່ວາງ​ບິນ​ກວນ (Hoang Binh Quan), ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ, ທ່ານ ບູຍວັນນາ​ມ (Bui Van Nam), ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ນິນ​ບິ່ນ ນຳ​ໜ້າ.

        ດ້ວຍ​ຫົວ​ຂໍ້​ວ່າ “​ເຂັ້ມ​ຄົ້ນ​ໄປ​ດ້ວຍຄວາມ​ສາມັກຄີ ຫວຽດນາມ - ລາວ”, ງານ​ພົບ​ປະ​ແລກປ່ຽນ​ລວມມີ​ການ​ເຈລະຈາ​ກ່ຽວ​ກັບ​ບົດຮຽນ​ໃນ​ການ​ຊີ້​ນຳ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ ​ແລະ ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ສິລະປະ, ກິລາ, ຢ້ຽມຢາມ​ບັນດາ​ຮາກ​ຖານ​ວັດທະນະທຳ, ທ່ອງ​ທ່ຽວ​ຂ​ອງ​ແຂວງ ນິນ​ບິ່ນ. ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູງ​ກາງ​ຂອງ 2 ພັກ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ໄດ້​ກາຍ​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ​ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ຫວຽດນາມ - ລາວແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ວຽກ​ງານ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຮັດ​​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ຄະນະ​ພົວພັນ​ຕ່າງປະ​ເທດ​ຂອງ​ 2 ພັກ​ກ່ວາ​ອີກ. ​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານ ຮ່ວາງ​ບິນ​ກວນ (Hoang Binh Quan) ​ໄດ້​ມອບ​ຫຼຽນ​ກາທີ່​ລະນຶກ “​ເພື່ອ​ພາລະກິດ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ” ​ໃຫ້​ແກ່​ບັນດາ​ການ​ນຳ​ແຂວງ ນິນ​ບິ່ນ.

ຂ່າວ/ບົດ​ອື່ນ