ງານພົບປະແລກປ່ຽນວັດທະນະທຳແມ່ຍິງອາຊຽນ ຢູ່ ມາເລເຊຍ

ງານພົບປະແລກປ່ຽນວັດທະນະທຳແມ່ຍິງອາຊຽນ ຢູ່ ມາເລເຊຍ - ảnh 1
(ພາບປະກອບ)

(vovworld) -     ຢູ່​ສູນ​ກອງ​ປະຊຸມ​ສາກົນ Kualalumpur, ສະຖານທູດ​ຫວຽດນາມ ຫາ​ກໍ​ຈັດ​ເວທີ​ປ​າ​ໄສງານ​ພົບ​ປະ​ແລກປ່ຽນ​ວັດທະນະທລະຫວ່າງ​ແມ່ຍິງຳບັນດາ​ປະ​ເທດ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ Hoang Thi Quynh Luu, ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ, ​ໄດ້​ທົບ​ທວນຄືນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ແມ່​ຍິງ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ບັນດາ​ການ​ປະກອບສ່ວນ​ຂອງ​ສະມາຄົມ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ລວມຂອງ​ສະມາຄົມ​ແມ່ຍິງ​ອາ​ຊຽນ. ທ່າ​ນາງ​ປາດ​ຖະໜາ​ວ່າ ເວທີ​ປ​າ​ໄສພົບ​ປະ​ແລກປ່ຽນ​ວັດທະນະທຳ​ແມ່ຍິງ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ແມ່ຍິງ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ​ເວົ້າ​ລວມກວ່າ​ອີກ, ພ້ອມ​ທັງ​ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ທະນາ​ຖາວອນ.

ຂ່າວ/ບົດ​ອື່ນ