ງານພົບປະແລກປ່ຽນສີລະປະ; ສ້າງສັງຄົມທີ່ເຊື່ອມໂຍງໃຫ້ແກ່ຄົນພິການ

ງານພົບປະແລກປ່ຽນສີລະປະ; ສ້າງສັງຄົມທີ່ເຊື່ອມໂຍງໃຫ້ແກ່ຄົນພິການ - ảnh 1
ທີ່ງານ​ພົບ​ປະແລກປ່ຽນ​ສີ​ລະ​ປ​ະ
(ພາບ: gdtd.vn)


(vovworld) -     ​ໂດຍ​ຕອບ​ສະໜອງ​ວັນ​ຄົນ​ພິການ​ສາກົນ (3/12), ຕອນ​ຄໍ່າ​ວັນ​ທີ 3/12, ກະຊວງ​​ແຮ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້ສົມ​ທົບ​ກັບ​ສະຫະ​ສະມາຄົມ​ຄົນ​ພິການ​ຫວຽດນາມ ຈັດ​ຕັ້ງ​ງານແລກປ່ຽນ​ສິ​ລະ​ປ​ະ “ສ້າງ​ສັງຄົມ​ທີ່​ເຊື່ອມ​ໂຍ​ງໃຫ້​​ແກ່ຄົນ​ພິການ”. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ (Tong Thi Phong) ຢືນຢັນ​ວ່າ; ຈາກ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ ພ້ອມ​ກັບ​ການ​ໜູນ​ຊ່ວຍຂອງ​ອົງຄະ​ນະ​ພັກທຸກ​ຂັ້ນ, ອຳນາດ​ການ​ປົກຄອງ, ບັນດາ​ໜູ່ຄະນະ ​ແລະ ວົງ​ຄະນະ​ຍາດ​ສັງຄົມ, ບັນດາ​ຄົນ​ພິການ​ຢູ່​ຫວຽດນາມ ​ໄດ້​ບືນຕົວ​ຂຶ້ນ​ໃນ​ການ​ຮຽນໜັງສື, ຮຽນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ມີ​ລາຍ​ຮັບ​ໃຫ້​ແກ່​​​ຕົນ​ເອງ ​ແລະ ຄອບ​ຄົວ; ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ກິລາ ​ແລະ ຍາດ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ແຂ່ງ​ຂັນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ກ່າວ​ວ່າ.

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ໝູ່​ຄະນະສະມາຄົມ​ຄົນ​ພິການ, ທັງ​ວົງ​ຄະນະ​ຍາດ​ສັງຄົມ​ເອົາ​ໃຈ​​ໃສ່, ຈະ​ສືບ​ຕໍ່​ມີ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຄົນ​ພິການ​ຫຼາຍ​ກວ່າ​ອີກ ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ທີ່​ໃຫຍ່​ຫຼວງ​ກວ່າ​ອີກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຄົນ​ພິການ​ໃນ​ທົ່ວ​ປະ​ເທດ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ​ບືນຕົວ​ຂຶ້ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ເພື່ອ​ຢືນຢັນ​ຕົນ​ເອງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົ​ມ.”

ຂ່າວ/ບົດ​ອື່ນ