ງານມະຫາກໍາດົນຕີ ອາຊຽນ - ຍີ່ປຸ່ນ - ມຸ່ງໄປສູ່ການຮ່ວມມືພ້ອມກັນພັດທະນາ ເພື່ອໂລກແຫ່ງສັນຕິພາບໃນຍຸກສະໄໝໃໝ່

(VOVWORLD) -  ດ້ວຍຫົວຂໍ້ວ່່າ “ຄວາມຄາດຫວັງມີສັນຕິພາບ”, ງານມະຫາກໍາດົນຕີ ອາຊຽນ - ຍີ່ປຸ່ນ 2019 ຖືກຈັດຂຶ້ນໃນຕອນຄໍາວັນທີ 28 ກໍລະກົດ, ທີ່ຫໍປະຊຸມແຫ່ງຊາດ, ຢູ່ຮ່າໂນ້ຍ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ສົ່ງຄໍາອວຍພອນເຖິງລາຍການ.
ງານມະຫາກໍາດົນຕີ ອາຊຽນ - ຍີ່ປຸ່ນ - ມຸ່ງໄປສູ່ການຮ່ວມມືພ້ອມກັນພັດທະນາ ເພື່ອໂລກແຫ່ງສັນຕິພາບໃນຍຸກສະໄໝໃໝ່ - ảnh 1 ລາຍການເປີດສາກງານມະຫາດົນຕີ ອາຊຽນ - ຍີ່ປຸ່ນ (ພາບ: TTXVN)

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ງານມະຫາກໍາດົນຕີ ອາຊຽນ - ຍີ່ປຸ່ນ ແມ່ນ ເຫດການທີ່ມີຄວາມສໍາຄັນຢ່າງເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນວັດທະນະທໍາ, ເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນ, ຜ່ານນັ້ນກໍ່ເພິ່່ມທະວີການພົວພັນທີ່ໝັ້ນແກ່ນລະຫວ່າງ 10 ປະເທດສະມາຊິກ ອາຊຽນ ກັບ ປະເທດ ຍີ່ປຸ່ນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Shinzo Abe ເນັ້ນໜັກວ່າ ເຫດການນີ້ ໄດ້ປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈລະຫວ່າງຄົນລຸ້ນໜຸ່ມຂອງ ອາຊຽນ ແລະ ຍີ່ປຸ່ນເລິກເຊິ່ງຂຶ້ນຕື່ມ ກໍຄືເພີ່ມທະວີຄວາມສະໜິດຕິດພັນຂອງ “ການພົວພັນຄູ່ຮ່ວມມືຈາກຫົວໃຈເຖິງຫົວໃຈ”.

        ງານມະຫາກໍາ ດົນຕີ ອາຊຽນ - ຍີ່ປຸ່ນ ປີ 2019 ນີ້ ແມ່ນຖືກຈັດຂຶ້ນຢູ່ຫວຽດນາມເປັນເທື່ອທໍາອິດ, ແມ່ນລາຍການທີ່ນອນຢູ່ໃນລະບົບບັນດາເຫດການຮ່ວມສຽງດົນຕີ ອາຊີ 2019 ຂອງ ສູນອາຊີ, ກອງທຶນພົວພັນແລກປ່ຽນສາກົນຍີ່ປຸ່ນ, ພ້ອມທັງແມ່ນເຫດການສະເຫຼີມສະຫຼອງວັນ ອາຊຽນ - ຍີ່ປຸ່ນ ໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະເໜີ ແລະ ໄດ້ຮັບການເຫັນດີເປັນເອກະພາບກັບປະມຸກລັດບັນດາປະເທດ ອາຊຽນ ທີ່ກອງປະຊຸມສຸດຍອດ ຍີ່ປຸ່ນ - ອາຊຽນ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ