ງານມະຫາກຳກິລາລະດູຮ້ອນໂລກ-Olympic Rio2016
ພິທີໄຂງານມະຫາກຳກິລາລະດູຮ້ອນໂລກOlimpic Rio 2016
ພາບ: vietnamnet.vn
|
(vovworld)- ຮຸ່ງເຊົ້າວັນທີ 6/8 ຕາມເວລາຫວຽດນາມ, ພິທີໄຂງານມະຫາກຳກິລາລະດູຮ້ອນໂລກ Olimpic Rio 2016 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະຫນາມກິລາ Maracana ໂດຍມີການເຂົ້າຮ່ວມຂອງ ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ພ້ອມກັບປະມຸກລັດ 45 ທ່ານຄື: ປະທານາທິບໍດີ ຝລັ່ງ, ປະທານາທິບໍດີ ອັກຊັງຕີຮ, ນາຍົກລັດຖະມົນຕີ ອີຕາລີ ແລະ ນາຍົກລັດຖະມົນຕີ ໂຮນລັງ. ມີຜູ້ຊົມກວ່າ 80.000 ຄົນ ຢູ່ສະຫນາມບິນ ພອ້ມກັບຜູ້ຊົມ 3 ຕື້ຄົນໃນໂລກໄດ້ຕິດຕາມລາຍການຖ່າຍທອດສົດພິທີໄຂດັ່ງກ່າວ. ເຂົ້າຮ່ວມງານມະຫາກຳກິລາລະດູຮ້ອນໂລກຄັ້ງນີ້ ຄະນະນັກກິລາຫວຽດນາມ ລວມມີນັກກິລາ 23 ຄົນ ແລະ ຈະເຂົ້າຮ່ວມການແຂ່ງຂັນໃນ 10 ປະເພດກິລາ.