ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອີນເດຍຄັ້ງທີ7

ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອີນເດຍຄັ້ງທີ7 - ảnh 1
ງານ​ມະ​ໂຫລານ​ແຕ່​ລະ​ຄັ້ງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ
2 ປະ​ເທດ​ພ້ອມ​ກັນ​ຫວນ​ຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ຂອງ​ການ​ພົວພັນ​
(ພາບ: Vietnam+)


(vovworld) – ຕອນ​ຄໍ່າ​ວັນ​ທີ 27/10, ຢູ່​ນະຄອນ Hyderabad, ລັດ Telengana, ທາງ​ພາກ​ໃຕ້​ອີນ​ເດ​ຍ ​ໄດ້​ໄຂ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ອີນ​ເດຍ ຄັ້ງ​ທີ 7. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເລຂາທິການ​ໃຫຍ່​ອົງການ​ສັນຕິພາບ ​ແລະ ສາມັກ​ຄີ​ທົ່ວ​ອີນ​ເດຍ Pallapb Sein Gupta ​ເນັ້ນ​ໜັກ​ວ່າ, ​​ງານ​ມະ​ໂຫລານ​ແຕ່​ລະ​ຄັ້ງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ 2 ປະ​ເທດ​ພ້ອມ​ກັນ​ຫວນ​ຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ອີນ​ເດຍ, 2 ປະ​ເທດ​ໄດ້ມີ​ສາຍ​ພົວພັນ​ຮ່ວມ​ມືມິດຕະພາບມາ​ແຕ່ດົນ​ນານ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ລັດ Telengana, Eatala Rajender ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດຕະພາບ​ທີ​່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ​ແລະ ປາດ​ຖະໜາ​ວ່າ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອີນ​ເດ​ຍ ​ແລະ AIPSO ຈະ​ຈັດ​ຕັ້ງ​ບັນດາ​ເຫດການ​ຄື​ແນວ​ນັ້ນ​ໃຫ້​ຫຼາຍກວ່າ​ອີກ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ໜູນ​ຊ່ວຍ​ໃຫ້​ແກ່​ເລື່ອງ​ແລກປ່ຽນ​ບັນດາ​ຄະນະ​ຜູ້​​ແທນ​ວິ​ສາ​ຫະກິດ ​ເພື່​ອປະກອບສ່ວນ​ຊຸກ​ຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ.

ຂ່າວ/ບົດ​ອື່ນ