ງານມະໂຫລານວັດທະນະທຳ, ທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍປີ2015

ງານມະໂຫລານວັດທະນະທຳ, ທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍປີ2015 - ảnh 1
ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ໝູ່​ບ້ານ​ອາ​ຊີບ ຮ່າ​ໂນ້ຍ ປີ 2015

(vovworld)-  ຕອ​ນ​ຄ່ຳ​ວັນ​ທີ 7/10 ຢູ່​ຮ່າ​ໂນ​້ຍ ໄດ້​ໄຂ​ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ໝູ່​ບ້ານ​ອາ​ຊີບ ຮ່າ​ໂນ້ຍ ປີ 2015 ເພື່ອ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ໝູ່​ບ້​ານ​ອາ​ຊີບ ຮ່າ​ໂນ້ຍເວົ້າ​ສະ​ເພາະ  ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ນະ​ຄອນ​ຫລວງ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ. ທີ່​ງານ​ມະ​ໂຫລານ​ຄັ້ງ​ນີ້ ມີ ຮ້ານ​ວາງ​ສະ​ແດງ 300 ຮ້ານ ທີ່​ຕາງ​ຫນ້າ​ໃຫ້​ບັນ​ດາ​ໝູ່​ບ້ານ​ອາ​ຊີບ, ນັກ​ສິ​ລະ​ປະ​ການ​ທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ: ໝູ​່​ບ້ານ​ຜະ​ລິດ​ເຄື່ອງ​ປັ້ນ​ດິ​ນ​ເຜົາ, ເຄື່ອງ​ຈັກ​ສານ, ຕ່ຳ​ແຜ່ນ, ພາບ​ພື້ນ​ເມືອງ, ແກະ​ຄວັດ​ສະ​ຫລັກ, ຫລອມ​ທອງ​ແດງ.. ນອກນັ້ນ ຍັງ​ມີ​ບັນ​ດາ​ຮ້ານ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ນັກ​ສິ​ລະ​ປະ​ການ ຟຸ່ງ​ແອງ​ຮຸ່ງ, ເຈົ້າ​ຂອງ​ຮາກ​ຖານ​ຜະ​ລິດ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ ດາວ​ຊາ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ ໄດ້​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຄັ້ງ​ນີ້ ເພື່ອ​ໃຫ້​​ແຂກ​ເຂົ້າ​ຮ່ວມ ກໍ​ຄື​ປະ​ຊາ​ຊົນຢູ່ທຸກ​​ແຫ່ງ ຮູ້​ຈ​ັກ​ເຖິງ​ບັນ​ດາ​ເຄື່ອງດ​ົນ​ຕີ​ພື້ນ​ເມືອງ​ຂອງ​ຊາດ, ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ບ້ານ ດາວ​ຊາ. ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ບ້ານ ດາວ​ຊາ ຈະ​ພັດ​ທະ​ນາ​ອອກ​ສູ່​ຕ່າງ​ປະ​ເທດ.”

ຂ່າວ/ບົດ​ອື່ນ