ງານລາຕີ ລະນຶກ 40 ປີແຫ່ງໄຊຊະນະ ຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ

 

ງານລາຕີ ລະນຶກ 40 ປີແຫ່ງໄຊຊະນະ ຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ - ảnh 1
ງານລາຕີ ລະນຶກ 40 ປີແຫ່ງໄຊຊະນະ ຮ່າໂນ້ຍ ດ້ຽນບຽນຝູ ທາງອາກາດ
ພາບ:tienphong.vn


(vovworld) - ຕອນ​ຄຳ່​ວັນ​ທີ 25/12, ຢູ່ ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ປ້ອງ​ກັນ​ອາກາດ ​ແລະ ກອງທັບ​ອາ​ກາດ ​ໄດ້​ຈັດ​ຕັ້ງ​ງານ​ລາຕີທີ່​ເປັນ​ມູນ​ເຊື້ອ ​ແລະ ມອບ​ລາງວັນ​ການ​ເສັງ​ຊອກ​ຮູ້ 40 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ ທາງ​ອາກາດ” ​ໂດຍ​ສູນ​ກາງ​​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ປຸກລະດົມ ​ແຕ່​ວັນ​ທີ 23/10 ຮອດ​ວັນ​ທີ 26/11/2012, ດ້ວຍ​ຈຸດປະສົງ​ແມ່ນ​ສຶກສາ​ມູນ​ເຊື້ອ, ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນຫນຸ່ມ. ບົດ​​ຂຽນ​ສົ່ງເຂົ້າ​ຮ່ວມ​ການ​ເສັງ​ຫລາຍ​ບົດ​ແມ່ນ​ບັນດາ​ກິດຈະກຳ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ປະຫວັດສາດທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ອາລົມ​ຈິດ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ” ຜ່ານ​ບັນດາ​ຮູບ​ແບບ​ທີ່ອຸດົມສົມບູນ, ​ເປັນ​ເອກະລັກ​ສະ​ເພາະ, ການ​ຮຽບຮຽງ​ຮູບ​ພາບທີ່​​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ​ເອກະສານ​ອັນ​ລ້ຳ​ຄ່າຫລາຍ​ຢ່າງ. ທ່ານ ​ເຢືອງວັນ​ອານ, ​ເລ​ຂາ​ສູນ​ກາງ​​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ການ​ເສັງ ​ໃຫ້​ຮູ້​ວ່າ:

        “ມີ​ນັກ​ຂຽນ, ຫນ່ວຍ​ນັກ​ຂຽນ​ຫລາຍ​ຄົນ ບໍ່​ຢ້ານ​ຄວາມ​ລຳບາກ​ກາກ​ກຳ​ໄດ້ໄປ​ເຖິງ​ຫລາຍ​ແຫ່ງ​​ເພ່ືອ​ຊອກ​ຫາ​ເອກະສານ​ອັນ​ລ້ຳ​ຄ່າ, ບັນດາ​ຮູບ​ພາບ​ທີ່​ມີ​ຄຸ​ນຄ່າ​​ແນ​ໃສ່​​ເຮັດ​ໃຫ້ບົດ​ເສັງ​ຂອງ​ຕົນ​​ມີ​ຊີວິດ​ຊີວາ​ກວ່າ. ມີ​ນັກ​ຂຽນ​ບາງ​ຄົນ ​ເຖິງ​ວ່າ​​ເປັນ​ຄົນ​ຕາບອດ​ກໍ​ຕາມ ​ແຕ່​ເຂົາ​ເຈົ້າ​ພະຍາຍາມ​ຂຽນ​ບົດ​ເຕັມ​ໄປ​ດ້ວຍ​ຄວາມ​ຕືນຕັນ​ໃຈ. ອາດ​ຈະ​ເວົ້າ​ໄດ້​ວ່າ ບົດ​ຂຽນ​ແຕ່​ລະ​ບົດ​​ໄດ້ສະ​ແດງ​ໃຫ​້​ເຫັນ​ອາ​ລົມ​ຈິດ, ຄວາມ​ຮັກ​ແພງ ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກ​ແບ່ງປັນ​ບັນດາ​ເອກະສານ, ຮູບ​ພາບ​ທີ່​ມີ​ຄຸນຄ່າ​ຂອງ​ປະ​ເທ​ດຊາດ, ຫວນ​ຄືນ​ອະດີດຕະການ​ອັນ​ສະຫງ່າ​ລາສີ​ເພື່ອ​ມຸ່ງ​ໄປ​ເຖິງ​ຊຸມ​ມື້​ທີ່​ສົດ​ໃສ​ໃນ​ພາຍ​ພາກ​ຫນ້າ.”

        ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ພິ​ເສດ 1 ລາງວັນ, ລາງວັນ​ທີຫນຶ່ງ 2 ລາງວັນ, ລາງວັນ​ທີສອງ 5 ລາງວັນ ​ແລະ ລາງວັນ​ທີ​ສາມ 10 ລາງວັນ ​ໃຫ້​ແກ່​ສ່ວນ​ບຸກຄົນ ພ້ອມ​ກັບ 12 ລາງວັນ​ໃຫ້​ແກ່ໝູ່​ຄະນະ​ທີ່​ໄດ້​ຜັນ​ຂະຫຍາຍ​ການ​ເສັງ​ດ້ວຍ​ຂອບ​ຂະຫນາດ​ກວ້າງຂວາງ ​ແລະ ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ