(VOVWORLD) - ງານວາງສະແດງ “80 ປິສະພາແຫ່ງຊາດ ຫວຽດນາມ ຮ່ວມເດີນທາງພ້ອມກັບ ຊາດ” ຈະວາດພາບເຖິງໄລຍະທາງ 80 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ຢ່າງມີຊີວິດຊີວາ
(ທີ່ງານວາງສະແດງ) |
ງານວາງສະແດງ “80 ປິສະພາແຫ່ງຊາດ ຫວຽດນາມ ຮ່ວມເດີນທາງພ້ອມກັບ ຊາດ” ຈະດຳເນີນໄປຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 06 ມັງກອນ, ໃນຂອບເຂດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດ ຫວຽດນາມ. ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເປັນເຈົ້າພາບ, ສົມທົບກັບຫ້ອງວ່າການສະພາແຫ່ງຊາດ ແລະ ກະຊວງພາຍໃນຈັດຂຶ້ນ.
ງານວາງສະແດງ “80 ປິສະພາແຫ່ງຊາດ ຫວຽດນາມ ຮ່ວມເດີນທາງພ້ອມກັບ ຊາດ” ຈະວາດພາບເຖິງໄລຍະທາງ 80 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ຢ່າງມີຊີວິດຊີວາ, ຜ່ານລະບົບພາບຖ່າຍ, ເອກະສານ, ວັດຖຸພັນດີເດັ່ນ, ໄດ້ຈັດສັນຕາມວິວັດການປະຫວັດສາດ, ຈາກຕົ້ນກຳເນີດຂອງສະພາແຫ່ງຊາດຕະຫຼອດຮອດສະພາແຫ່ງຊາດໃນໄລຍະປະຈຸບັນ. ຜ່ານນັ້ນ, ເຮັດແຈ້ງວິວັດການເຕີບໃຫຍ່ ແລະ ການພັດທະນາຢ່າງຮອບດ້ານຂອງສະພາແຫ່ງຊາດ ຫວຽດນາມ ທີ່ນັບມື້ນັບເປັນມືອາຊີບ, ປະຊາທິປະໄຕ, ໂປ່ງໃສ ແລະ ມີປະສິດທິຜົນ.