ງານ​ວາງ​ສະ​ແດງ “ກຳ​ລັງ​ຕຳຫຼວດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ - ​ຂີດ​ໝາຍ​ແຫ່ງໄມ​​ຕີ​ຈິດມິດ​ຕະ​ພາບ ແລະ ການ​ຮ່ວມ​ມື”

(VOVWORLD) -ວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງ “ກຳລັງຕຳຫຼວດ ຫວຽດນາມ - ກຳປູເຈຍ - ລາວ - ຂີດໝາຍແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມື”. 
ງານ​ວາງ​ສະ​ແດງ “ກຳ​ລັງ​ຕຳຫຼວດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ - ​ຂີດ​ໝາຍ​ແຫ່ງໄມ​​ຕີ​ຈິດມິດ​ຕະ​ພາບ ແລະ ການ​ຮ່ວມ​ມື” - ảnh 1ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ (ພາບ: TTXVN)

ງານວາງສະແດງໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2022). ງານວາງສະແດງໄດ້ແນະນຳຮູບພາບປະມານ 300 ແຜ່ນ, ມີເອກະສານ, ວັດຖຸພັນສື່ສິ່ງພິມທີ່ພົ້ນເດັ່ນກ່ວາ 500 ຢ່າງ, ໄດ້ແນະນຳກ່ຽວກັບຂີດໝາຍ ແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງກຳລັງຕຳຫຼວດ 3 ປະເທດ. ນີ້ແມ່ນການເຄື່ອນໄຫວແທດຈິງ ເພື່ອແນໃສ່ສະໜອງ ເພີ່ມເຕີມຂໍ້ມູນຂ່າວສານ, ຄວາມເຂົ້າອົກເຂົ້າໃຈສຳລັບພະນັກງານ, ນັກຮົບ ແລະ ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ຄຸນຄ່າການພົວພັນຮ່ວມມື, ໄມຕີຈິດມິດຕະພາບ ຂອງກຳລັງກຳຫຼວດ 3 ປະເທດ. ຜ່ານນັ້ນປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນທີ່ດີງາມ ຍືນຍົງ ລະຫວ່າງພັກ, ລັດ, ລັດຖະບານ ແລະ ປະຊາຊົນສາມປະເທດ ຫວຽດນາມ, ກຳປູເຈຍ, ລາວ. ງານວາງສະແດງຈະດຳເນີນໄປຮອດວັນທີ 11 ກັນຍາ ຢູ່ຫໍພິພິທະພັນຕຳຫຼວດປະຊາຊົນທີ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ