ງານວາງສະແດງ “ເອກອ້າງທະນົງໃຈເສັ້ນຊາຍແດນ”

(VOVWORLD) -ງານວາງສະແດງໄດ້ແນະນຳພາບຖ່າຍ 196 ແຜ່ນ. ບັນດາພາບຖ່າຍຢູ່ທີ່ນີ້ໄດ້ວາດພາບຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ຊາວຫວຽດນາມ ຢູ່ບັນດາເຂດຊາຍແດນຂອງປະເທດຊາດ
ງານວາງສະແດງ “ເອກອ້າງທະນົງໃຈເສັ້ນຊາຍແດນ” - ảnh 1ພິທີຕັດແຖບຜ້າເປີດງານວາງສະແດງ
(ພາບ: TTXVN)

“ເອກອ້າງທະນົງໃຈເສັ້ນຊາຍແດນ” ແມ່ນຫົວເລື່ອງຂອງງານວາງສະແດງ ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 26 ເມສາ, ຢູ່ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2021) ແລະ 135 ປີແຫ່ງວັນກຳມະກອນສາກົນ (01 ພຶດສະພາ 1886 – 01 ພຶດສະພາ 2021).

        ງານວາງສະແດງໄດ້ແນະນຳພາບຖ່າຍ 196 ແຜ່ນ. ບັນດາພາບຖ່າຍຢູ່ທີ່ນີ້ໄດ້ວາດພາບຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ຊາວຫວຽດນາມ ຢູ່ບັນດາເຂດຊາຍແດນຂອງປະເທດຊາດ; ສ່ອງແສງຢ່າງແທ້ຈິງ, ມີຊີວິດຊີວາບັນດາຈຸດທີ່ເປັນເອກະລັກສະເພາະໃນການດຳລົງຊີວິດ, ການອອກແຮງງານທຳການຜະລິດ; ບັນດາກິດຈະກຳ, ງານບຸນວັດທະນະທຳ, ບັນດາການເຄື່ອນໄຫວ, ວຽກງານລຽບງ່າຍແຕ່ມີຄວາມໝາຍຂອງບັນດາກຳລັງພວມປົກປັກຮັກສາເຂດຊາຍແດນຂອງປະເທດຊາດນັບທັງວັນ ແລະ ຄືນ… ງານວາງສະແດງດັ່ງກ່າວຈະແກ່ຍາວຮອດວັນທີ 07 ພຶດສະພາ 2021 ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ