ງານວາງສະແດງ“ປະທານໂຮ່ຈິມິນກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທຸກຂັ້ນ”

ງານວາງສະແດງ“ປະທານໂຮ່ຈິມິນກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທຸກຂັ້ນ” - ảnh 1
(ງານ​ວາງ​ສະ​ແດງປະ​ທານ​ໂຮ່​ຈິ​ມິນ
​ກັບ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ)

(vovworld) - ງານ​ວາງ​ສະ​ແດງ “ປະ​ທານ​ໂຮ່​ຈິ​ມິນ ​ກັບ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ” ຖືກ​ຈັດ​ຂຶ້ນ​ທີ່​ຫ​ໍ​ພິ​ພິ​​ທະ​ພັນ​ໂຮ່​ຈິ​ມິນ ຢູ່​ຮ່າ​ໂນ້ຍ, ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 126 ປີ​ແຫ່ງວັນ​​ຄ້າຍ​ວັ​ນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ (19/05/1890 – 19/05/2016) ແລະ ​ການປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕ​ັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນອາ​ຍຸ​ການ 2016 - 2021”.

        ​ທີ່​ງານ​ວາ​ງ​ສະ​ແດງມີ​ເອ​ກະ​ສານ, ພາບ​ຖ່າຍ, ວັດ​ຖຸ​ພັນ​ກວ່າ 200 ຢ່າງ​ໄດ້​​ແນະ​ນຳ​ໃຫ້ມະ​ຫາ​ຊົນກ່ຽວ​ກັບບຸນ​ຄຸນ ແລະ ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​ໄສ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ໃນ​ວິ​ວັດ​ການ​ກະ​ກຽມ​ທຸ​ກ​ກ່ຽວ​ກັບ​ດ້ານ​ແນວ​ຄິ​ດ, ການ​ເມືອງ ແລະ ການ​ຈັດ​ຕັ້ງ​ເລືອກ​ຕັ້ງ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ການ​ທົ່ວ​ປະ​ເທດ​ຄັ້ງ​​ທຳ​ອິດ​ຂອງ​ປະ​ເທດ​ ສາ​ທາ​ລະ​ນະປະ​ຊາ​ທິ​ປະ​ໄຕຫວຽດ​ນາມ ປ​ີ 1946 ກ່ຽວ​ກັບ​ບັນ​ດາ​​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ ສະ​ມາ​ຊິກ​ສະ​ພາ​​ປະ​ຊາ​ຊົນ​ທຸກ​ຂັ້ນຄັ້ງ​ຕ່າງໆ. ທ່ານ​ນາງ ຫງວຽນ​ທຸຍ​ດຶກ, ​ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ຫໍ​ພິ​ພິ​​ທະ​ພັນ​ໂຮ່​ຈ​ິ​ມິນ, ຢືນ​ຢັນ​ວ່າ.

        “ຫໍ​ພິ​ພິ​ທະ​ພັນ​ໄດ້ວາງ​ສະ​ແດງ​ເອ​ກະ​ສານ, ວັດ​ຖຸ​ພັນ ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ບັນ​ດາ​ພາບ​ຖ່າຍ ເຖິງວ່າ​ເປັນ​ເຫດ​ການ​ດຽວ​ກັນ, ແຕ່​ໄດ້​ຖ​່າຍ​​ເອົາຢູ່​ຫຼາຍ​ແງ່​ມູນ​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມິນ ແລະ ບັນ​ດາ​ສະ​ຫາຍ​ໃນ​ອຳ​ນາດ​ການ​ປົກ​ຄອງ​ປະ​ຕິ​ວັດ​ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຄັ້ງ​ປະ​ຖົມ​ມະ​ເລິກ. ແລະປາດ​ຖະ​ໜາ​ວ່າ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ​ລຸ່ນ​ປະ​ຈຸ​ບັ​ນ​ເຂົ້າ​ໃຈ ແລະ ກຳ​ແໜ້ນ​ບັນ​ດາ​ຂໍ້​ມູນ​ທ​ີ່ມ​ີ​ຄວາມ​ໝາຍ, ​ມີຄວາມ​ຮັບ​ຜິດ​ຊອບກວ່າ ​ເມື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຄັ້ງ ແລະ ນັ້ນ​ກ​ໍ​ແມ່ນ​ສິດ​ຂອງ​ເຂົາ​ເຈົ້າ”.

        ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈະ​​ດຳ​ເນີນ​ໄປ​ ຈົ​ນຮອດ​ວັນ​ທີ 31/05 ຈຶ່ງ​ຈະ​ອັດ​ລົງ.


ຂ່າວ/ບົດ​ອື່ນ