ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ແຂວງດົ່ງນາຍ

(VOVWORLD) -ຕອນຄ່ຳວັນທີ 24 ກັນຍາ, ຢູ່ແຂວງ ດົ່ງນາຍ, ໄດ້ໄຂງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມອາຊຽນ ຢູ່ດົ່ງນາຍ ປີ 2019.

ງານວາງສະແດງພາບຖ່າຍແລະຮູບເງົາສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ແຂວງດົ່ງນາຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ

(ພາບ: TTXVN)

ງານວາງສະແດງມີພາບຖ່າຍປະມານ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ໄດ້ແນະນຳເຖິງມະຫາຊົນ. ງານວາງສະແດງຄັ້ງນີ້ໄດ້ແບ່ງເປັນ 3 ຫົວຂໍ້ຕົ້ນຕໍຄື: ປະເທດຊາດ ແລະ ຊາວຫວຽດນາມ; ວຽກງານປົກປັກນັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາປະຊາຊາດໃນປະຊາຄົມອາຊຽນ. ພ້ອມນັ້ນແມ່ນການເຄື່ອນໄຫວສາຍຟິມຮູບເງົາສາລະຄະດີ ແລະ ເອກະສານ ກ່ຽວກັບປະຊາຄົມອາຊຽນ. ທ່ານ ຮ່ວາງວິ້ງບາວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ໃຫ້ຮູ້ວ່າ.

        “ລັດຖະບານຫວຽດນາມ ໄດ້ສ້າງລາຍການ, ຍຸດທະສາດເພື່ອໂຄສະນາໃຫ້ລາຍການນີ້. ງານວາງສະແດງແມ່ນເພື່ອຈຸດປະສົງເຮັດໃຫ້ປະຊາຊົນບັນດາປະເທດ, ພິເສດແມ່ນຫວຽດນາມ ມີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທຳບັນດາປະຊາຊາດໃນປະຊາຄົມ, ມີຄວາມເຂົ້າໃຈກ່ຽວກັບນະໂຍບາຍ, ແຜນນະໂຍບາຍຂອງບັນດາປະເທດໃນປະຊາຄົມອາຊຽນ.”

        ງານວາງສະແດງຈະເປີດປະຕູນັບແຕ່ນີ້ຮອດວັນທີ 27 ກັນຍາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ