ງານວາງສະແດງພາບແຕ້ມ “ຜູ້ເປັນແມ່ ແລະ ທຳມະຊາດ” ເນື່ອງໃນໂອກາດແມ່ຍິງສາກົນ 8/3

(VOVWORLD) -ຕອນເຊົ້າວັນທີ 8 ມີນາ ຢູ່ ຮ່າໂນ້ຍ, ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບຈິດຕະກອນ ວັນເຢືອງແທ່ງ ຈັດຕັ້ງງານວາງສະແດງ “ຜູ້ເປັນແມ່ ແລະ ທຳມະຊາດ”. 

ງານວາງສະແດງພາບແຕ້ມ “ຜູ້ເປັນແມ່ ແລະ ທຳມະຊາດ” ເນື່ອງໃນໂອກາດແມ່ຍິງສາກົນ 8/3 - ảnh 1 ງານວາງສະແດງພາບແຕ້ມ “ຜູ້ເປັນແມ່ ແລະ ທຳມະຊາດ” 

ພາບ:dantri.com

ງານວາງສະແດງພາບແຕ້ມດັ່ງກ່າວໄດ້ແນະນຳ ພາບແຕ້ມ 35 ແຜ່ນຂອງຈິດຕະກອນ ວັນເຢືອງແທ່ງ ເປັນຄັ້ງທຳອິດໄດ້ວາງສະແດງຢູ່ ຫໍພິພິທະພັນແມ່ຍິງຫວຽດນາມ. ຈິດຕະກອນ ວັນເຢືອງແທ່ງ ໃຫ້ຮູ້ວ່າ:

        “ຜູ້ເປັນແມ່ໃນພາບແຕ້ມມີຈຸດເດັ່ນ ທັງເຊີດຊູຄວາມງາມຂອງແມ່ຍິງ, ຜູ້ເປັນແມ່ ແລະ ຄວາມງາມຂອງບັນດານ້ອງນ້ອຍ ແລະ ທຳມະຊາດ. ສາມປັດໄຈນັ້ນ ຍາມໃດກໍ່ປະກົດອອກໃນພາບແຕ້ມຂອງຂ້າພະເຈົ້າ.”

ໃນໄລຍະດຳເນີນງານວາງສະແດງ, ຫໍພິພິທະພັນແມ່ຍິງຫວຽດນາມ ແລະ ຈິດຕະກອນ ວັນເຢືອງແທ່ງ ໄດ້ຈັດຕັ້ງການເຄື່ອນໄຫວຈຳນວນຫນຶ່ງສະຫງວນໃຫ້ແກ່ສາທາລະນະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ