ງານວາງສະແດງສິລະປະທາງອອນລາຍໂຄສະນາກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ

(VOVWORLD) -ງານວາງສະແດງໄດ້ແນະນຳເກືອບ 200 ເລື່ອງລາວ, ພາບຖ່າຍດີຈີຕອນ ດ້ວຍເນື້ອໃນສ່ອງແສງເຖິງສະພາບຕົວຈິງໃນການຄ້າມະນຸດ; ບັນດາເລື່ອງລາວຂອງຜູ້ປະສົບເຄາະຮ້າຍ
ງານວາງສະແດງສິລະປະທາງອອນລາຍໂຄສະນາກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ - ảnh 1ງານວາງສະແດງສິລະປະທາງອອນລາຍໂຄສະນາກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ
(ພາບ: PNVN)

ວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດງານວາງສະແດງສິລະປະທາງອອນລາຍ ເພື່ອໂຄສະນາກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ “ເສັ້ນທາງສະຫງົບສຸກ”. ລາຍການໂດຍມີການເຂົ້າຮ່ວມຂອງອົງການຍົບພະຍົບສາກົນ, ສຳນັກງານຍົບພະຍົບສະຫະປະຊາຊາດ ປະຈຳ ຫວຽດນາມ.

        ງານວາງສະແດງໄດ້ແນະນຳເກືອບ 200 ເລື່ອງລາວ, ພາບຖ່າຍດີຈີຕອນ ດ້ວຍເນື້ອໃນສ່ອງແສງເຖິງສະພາບຕົວຈິງໃນການຄ້າມະນຸດ; ບັນດາເລື່ອງລາວຂອງຜູ້ປະສົບເຄາະຮ້າຍ; ຄວາມມານະພະຍາຍາມຂອງທຸກຂັ້ນໃນວຽກງານປ້ອງກັນ, ຕ້ານການຄ້າມະນຸດ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ. ງານວາງສະແດງເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ໃຫ້ປະຊາຊົນທຸກຊັ້ນວັນນະກ່ຽວກັບເລ່ລ່ຽມ ວິທີເຄື່ອນໄຫວຂອງພວກອາດຊະຍາກອນຄ້າຂາຍມະນຸດ ເພື່ອເປັນເຈົ້າການໃນການປ້ອງກັນ, ຫຼີກລ້ຽງ.

        ກ່າວຄຳເຫັນທີ່ງານວາງສະແດງ, ທ່ານພັນເອກ ຫງວຽນຮວາຈີ, ຮອງຫົວໜ້າກົມການຕ່າງປະເທດ, ກະຊວງຕຳຫຼວດ, ເນັ້ນໜັກວ່າ:

        “ສະພາບການອາດຊະຍາກຳຄ້າມະນຸດໃນໂລກເວົ້າລວມ ແລະ  ຫວຽດນາມ ເວົ້າສະເພາະຍັງມີການຜັນແປຢ່າງສັບສົນ. ເປົ້າໝາຍຄ້າມະນຸດມີທ່າອ່ຽງຫັນປ່ຽນວິທີເຂົ້າເຖິງຜູ້ປະສົບເຄາະຮ້າຍ ຈາກໂດຍກົງໄປສູ່ທາງອ້ອມ, ໂດຍຜ່ານທາງສື່ສັງຄົມອອນລາຍ, ໂທລະສັບມືຖື. ວຽກງານປ້ອງກັນ, ຕ້ານການຄ້າມະນຸດຕ້ອງມີການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ, ໃນນັ້ນວຽກງານໂຄສະນາຕ້ອງໄປກ່ອນ, ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ໃຫ້ປະຊາຊົນທຸກຊັ້ນວັນນະກ່ຽວກັບເລ່ລ່ຽມ ວິທີການເຄື່ອນໄຫວຂອງອາດຊະຍາກອນຄ້າຂາຍມະນຸດ ເພື່ອເປັນເຈົ້າການໃນການປ້ອງກັນ, ຫຼີກລ້ຽງ.”

        ງານວາງສະແດງໂຄສະນາກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດນີ້ຈະດຳເນີນໃນເວລາ 2 ເດືອນ ທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ