ງານແຂ່ງຂັນສາກົນມວຍພື້ນເມືອງຫວຽດນາມຄັ້ງທີ1ປະສົບຜົນສຳເລັດຢ່າງດີງາມ

ງານແຂ່ງຂັນສາກົນມວຍພື້ນເມືອງຫວຽດນາມຄັ້ງທີ1ປະສົບຜົນສຳເລັດຢ່າງດີງາມ - ảnh 1
(ພາບປະກອບ)

​​(vovworld) - ງານ​ແຂ່ງຂັນ​ສາກົນມວຍ​ພື້ນ​ເມືອງ​ຫວຽດນາມ​ ຄັ້ງ​ທີ ​1 ປີ 2015 ຖືກ​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 11/08, ຢູ່​ຮ່າ​ໂນ້ຍ. ຄະນະ​ນັກ​ກິລາ​ຫວຽດນາມ ດ້ວຍ​​ຈຳນວນນັກ​ມວຍ​ຫຼາຍຄົນ ຢືນ​ອັນ​ດັບ​​ໜຶ່ງ​ທົ່ວ​ຄະນະ, ດ້ວຍ 41 ຫຼຽນ​ຄ​​ຳ. ທີ່​ພິທີ​ອັດ, ທ່ານ ຫງວຽນ​ແມ້ງ​ຮຸ່ງ, ເລ​ຂາ​ທິການ​ໃຫຍ່ສະຫະພັນ​ມວຍ​ພື້ນ​ເມືອງ​ຫວຽດນາມ ​ໂລກ, ຢືນຢັນ​ວ່າ, ງານ​ແຂ່ງຂັນ​ກິລາ​ມວຍແມ່ນ​ເຫດການ​ສາກົນ​​ໃຫຍ່ ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ກ່ຽວ​ກັບ​ມວຍ​ພື້ນ​ເມືອງ​ຫວຽດນາມ, ດ້ວຍ​ຄວາມ​ຫວັງ​ຢາກ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາ​ຍວັດທະນະທຳ​ພື້ນ​ເມືອງ, ມູນ​ເຊື້ອ​ຮັກຊາ​ດ, ຈິດ​ໃຈ​ຊົ​ມຊອບ​ກິລາ​ມວຍຂອງ​ຊາດ​ຫວຽດນາມ. ຜ່ານ​ງານ​ແຂ່ງຂັນ​ນີ້, ຄະນະ​ຈັດ​ຕັ້ງ​ຢາກ​​ໂຄສະນາ​ຮູບ​ພາບ​ມວຍ​ພື້ນ​ເມື​ອງຫວຽດນາມ ອອກ​ສູ່​ທົ່ວໂລກ.

ຂ່າວ/ບົດ​ອື່ນ