ງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍພາກໃຕ້

ງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍພາກໃຕ້ - ảnh 1
ພິທີມອບທຸງ​ແຂ່ງຂັນ​ຂອງ​ນາຍົກລັດຖະມົນຕີ​ໃຫ້​ແກາ​ນະຄອນ ​ໂຮ່ຈີ​ມິນ
(ພາບ: Minh Duc)

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 29/4, ຢູ່​ສາ​ໂມ​ສອນ​ນະຄອນ​ໂຮ່ຈີ​ມິນ, ອົງຄະ​ນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດນະຄອນ​ ​ໂຮ່ຈີ​ມິນ ​ໄດ້​ຈັດຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ, ທ້ອນ​ໂຮມ​ປະ​ເທ​ດຊາດ​ເປັນ​ເອກະພາບ ​ແລະ ສະ​ເຫຼີ​ມສະຫຼອງ 126 ປີ​ແຫ່ງ​ວັນກຳມະກອນ​ສາກົນ 1/5. ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ Le Hoang Quan, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຢືນຢັນ​ວ່າ: ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ປ່ຽນ​ແປງ​ໃໝ່, ​​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ, ​ແຕ່​ວ່າ​ຄຸນ​ຄ່າ​ຂອງ​ການ​ຕໍ່ສູ້​ກູ້​ຊາດ​ທີ່​ໃຫຍ່​ຫຼວງ​ຂອງ​ປະຊາ​ຊົນ​ຫວຽດນາມ ດ້ວຍ​ມະຫາ​ໄຊ​ລະດູບານ​ໃໝ່ 1975 ຍັງ​ຄົງຄົງ​ຕົວ​ຕະຫຼອດ​ໄປທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ Le Hoang Quan ​ເນັ້ນ​ໜັກ​ວ່າ:

“ກ່ອນ​ນີ້ 37, ອງົຄະນະ​ພັກ ​ແລະ ປະຊາຊົນ​ນະຄອນ​ໄດ້​ປະກອບສ່ວນ​ສ້າງ​ມະຫາ​ໄຊ​ລະດູບານ​ໃໝ່​ປະຫວັດສາດ, ດ້ວຍ​ຈິດ​ໃຈ​ປະຕິວັດ​ບຸກ​ໂຈມ​ຕີ, ມີ​ພິກ​ໄຫວ., ພິລະ​ອາດ​ຫານ, ປະຈຸ​ບັນ,​ພວກ​ເຮົາ​ພວມ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະຫງ່າ​ລາສີ​ນັ້ນ​ໃນ​ໜ້າ​ທີ່​ສ້າງສາ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ນະຄອນ​ທີ່​ຮັກ​ແພງ. “​ເພື່ອ​​ປະ​ເທດຊາດ, ​ພ້ອມ​ກັບ​ປະ​ເທດຊາດ”, ນະຄອນ ​ໂຮ່ຈີ​ມິນ ຕັດສິນ​ໃຈ​ມານະ​ພະຍາຍາມ​ຜ່ານ​ຄວາມ​ທົດ​ສອບ​ທຸກ​ຢ່າງ, ກຳ​ແໜ້ນ​ຕົວ​ຈິງ, ວາງ​ອອກ​ບັນດາ​ໜ້າ​ທີ່ຢ່າງ​ທັນ​ການ, ມາດ​ຕະການ​ເໝາະສົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​​ບັນລຸ​ຜົນງານ​ໃນ​ທຸກໆ​ຂົງ​ເຂ​ດ”

ກໍ​ຢູ່ທີ່​ງາມ​ໂຮມ​ຊຸມນຸມ​ມິ​ຕິງສະ​ເຫຼີ​ມສະຫຼອງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ກັບ​ການ​ນຳ​ພັກ ​ແລະ ລັດ​ໄດ້​ມອບ​ນາມມະຍົດ​ອັນ​ສູງ​ສົ່ງ​ຄື: ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ລຽນ​ໄຊ​ເອກະລາດ, ຫຼຽນ​ໄຊວິລະ​ກຳ, ລາງວັນ​ໂຮ່ຈີ​ມິນ​.​.​.​ໃຫ້​ແກ່​ໝູ່​ຄະນະ, ສ່ວນ​ບຸກຄົນ ​ແລະ ມອບທຸງ​ແຂ່ງຂັນ​ຂອງ​ນາຍົກລັດຖະມົນຕີ​ໃຫ້​ແກາ​ນະຄອນ ​ໂຮ່ຈີ​ມິນ - ນະຄອນ​ນຳ​ໜ້າ​ໃນ​ຂະ​ບວນການ​ແຂ່ງຂັນ​ຂອງ 5 ນະຄອນ  ຂຶ້ນ​ກັບ​ສູນ​ກາງ.

 

ຂ່າວ/ບົດ​ອື່ນ