ຈັດ “ງານມະໂຫລານດົນຕີເອີລົບ“ 2015 ຢູ່ຫວຽດນາມ

ຈັດ “ງານມະໂຫລານດົນຕີເອີລົບ“ 2015 ຢູ່ຫວຽດນາມ - ảnh 1
(ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ສະຫະພາບ​ເອີ​ລົບ​ປະຈຳ
ຫວຽດນາມ Nruno Angeletທີ່​ການ​ປະຊຸມ​ຂ່າວ)

(vovworld) - “ງານ​ມະ​ໂຫລານ​ດົນຕີ​ເອີ​ລົບ“ 2015 ຢູ່​ຫວຽດນາມ ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ​ໃນ​ລະຫວ່າງ​ວັນ​ທີ 18-29/11. ນີ້​ແມ່ນ​ເຫດການ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ອີ​ຢູ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 10/11, ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ສະຫະພາບ​ເອີ​ລົບ​ປະຈຳ​ຫວຽດນາມ Nruno Angelet ​ໃຫ້​ຮູ້​ວ່າ, ງານ​ມະ​ໂຫລານ​ດົນຕີ​ເອີ​ລົບ ຄັ້ງ​ນີ້ ​ແນະນຳ​ເຖິງ​ມະຫາຊົນ​ຫວຽດນາມ ລາຍການ​ສະ​ແດງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ນັກ​ສິລະ​ປິນທີ່​ມາ​ຈາກ ອົດ​ຕະລິດ, ບຣຸກ​ແຊນ, ​ແບນ​ຊິກ, ​ເຊັກ​ໂກ, ​ເຢັຍລະ​ມັນ, ຮຸງ​ກາລີ, ​​ໂປ​ໂລ​ຍ, ຊູ​ແອດ ​ແລະ ວົງ​ດົນຕີ​ຫວຽດນາມ.

ຂ່າວ/ບົດ​ອື່ນ