ຈັດກອງປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວພາສາຝລັ່ງ ຢູ່ຫວຽດນາມ

ຈັດກອງປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວພາສາຝລັ່ງ ຢູ່ຫວຽດນາມ - ảnh 1
(ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​​ພາສາ​ຝລັ່ງ ຢູ່​ຫວຽດນາມ)

(vovworld) -   ຕອນ​ເຊົ້າ​ວັນ​ທີ 05/03, ຢູ່​ສຳນັກງານ​ຫ້ອງການ​ອົງການ​ຈັດ​ຕັ້ງ​ສາກົນ​ໃຊ້​ພາສາ​ຝລັ່ງ ພາກ​ພື້ນ​ອາຊີ​ປາຊີ​ຟິກ ປະຈຳ​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ກະກຽມ​ບັນດາ​​ໂຄງການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​ໃຊ້​ພາສາ​ຝລັ່ງ ຄື​ວັນ​ທີ 20/03. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ​ຂ່າວ, ທ່ານ​ນາງ Anissa Barak, ຜູ້ອຳນວຍການ​ຫ້ອງການ​ຈັດ​ຕັ້ງ​ສານ​ກົນ​ໃຊ້​ພາສາ​ຝລັ່ງ ພາກ​ພື້ນ​ອາຊີ​ປາຊີ​ຝີ​ກ ​ໄດ້​ແນະນຳ​ບັນດາ​ລາຍການ​ວັດທະນະທຳ, ສິລະ​ປະ ພົບ​ປະ​ແລກປ່ຽນພິ​ເສດ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ວັນ​ສາກົນ​ໃຊ້​ພາສາ​ຝລັ່ງ ປີ 2014 ດ້ວຍ​ການ​ເຂົ້າ​ຮ່ວມ​ບັນດາ​ບັນດາ​ນັກ​ສິລະ​ປີນ ຈາກ​ບັນດາ​ປະ​ເທດ​ສະມາຊິກ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ ປະຈຳ​ຫວຽດນາມ. ຈຸດປະສົງ​ຂອງ​ບັນດາ​ລາຍການ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການພັ​ດທະນາ​ຂອງ​ພາສາ​ຝລັ່ງ​ເວົ້າ​ສະ​ເພາະ, ກໍ່​ຄື​ການ​ພັດທະນາ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ​ເວົ້າ​ລວມ. ທີ່​ການ​ປະຊຸມ​ຂ່າວ, ທ່ານ ຫວູ​ແອ​ງກວາງ, ຮອງ​ຫົວ​ໜ້າ​ກົມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ແນະນຳ​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ຫວຽດນາມ​ ​ເນື່ອງໃນ​ໂອກາດ​ນີ້​ ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ, ການ​ຮ່ວມ​ມື​ຂອງ​ອົງການ​ສາກົນ​ໃຊ້ພາສາ​ຝລັ່ງ ​ໃນ​ໄລຍະ​ຜ່ານ​ມາ​ທີ່​ມີ​ຕໍ່​ຫວຽດນາມ. ຕາມ​ທ່ານ​ ຫວູ​ແອ​ງກວາງ ແລ້ວ ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຂົ້າ​ໃນບັນດາການ​ເຄື່ອນ​​ໄຫວ​ໃຊ້​ພາສາ​ຝລັ່ງຢູ່​ຫວຽດນາມ ຢ່າງ​ສຳ​ເລັດ​ຜົນ​ ກໍ່​ຄື​ບັນດາ​​ໂຄງການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ອົງການ​ສາກົນ​ໃຊ້​ພາສາ​ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ