ຈັດການປະຊຸມຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດຄັ້ງທີ1ປີ2016ກຽນຢາງ

ຈັດການປະຊຸມຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດຄັ້ງທີ1ປີ2016ກຽນຢາງ - ảnh 1
ເກາະຟູກວກ - ກຽນຢາງ (ພາບ: ປະກອບ)

vovworld) – ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ກຽນ​ຢາງ ປີ 2016 ຄັ້ງ​ທີ 1 ຈະ​ໄຂ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30/4/2016 ​ແລະ ດຳ​ເນີນ​ໃນ​ຕະຫຼອດ​ປີ ດ້ວຍ​ການ​ເຄື່ອນ​ໄຫວ​ອຸດົມສົມ​ບຸນ​ຫລາຍ​ຢ່າງ. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​​ແນະນຳ, ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳມີ​ຮູບ​ຮ່າງ, ບໍ່​ມີ​ຮູບ​ຮ່າງ, ຊັບພະຍາກອນ ​ແລະ ຜະລິດ​ຕະພັນ​ການທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຂວງ ກຽນ​ຢາງ, ປະກອບສ່ວນ​ພັດທະນາ​ການທ່ອງ​ທ່ຽວ​ທະ​ເລ, ໝູ່​ເກາະ​ໄດ້​ກາຍ​ເປັນ​ຜະລິດ​ຕະພັນ​ການທ່ອງທ່ຽວ​ພິ​ເສດ​ຂອງ​ແຂວງ ກຽນ​ຢາງ ​ແລະ ​ເຂດ​ທົ່ງພຽງ​ແນ່​ນ້ຳຂອງພາກ​ໃຕ້ ຫວຽດນາມ. ທີ່​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ຊຶ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/7, ຢູ່​ຮ່າ​ໂນ້ຍ, ທ່ານ ຮ່ວາງ​ຕ໋ວນ​ແອ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 - ກຽນ​ຢາງ ລວມມີກ່ວາ 50 ການ​ເຄື່ອນ​ໄຫວ​ໃຫຍ່ ​ແລະ ນ້ອຍ…​ໃນ​ນັ້ນ, ​ແຂວງ ກຽນ​ຢາງ ຈະ​ເປັນ​ເຈົ້າພາບ 11 ການ​ເຄື່ອນ​ໄຫວ, ບັນດາ​ແຂວງ, ນະຄອນ​ໃນ​​ເຂດ​ແຄ້ວ​ນຈະ​ເຂົ້າ​ຮ່ວມ​​ດ້ວຍ​ເກືອບ 40 ການ​ເຄື່ອນ​ໄຫວ​ຕາມ​ແຕ່ລະ​ເດືອນ, ​ແຕ່​ເດືອນ 2 ​ເຖິງ​ທ້າຍ​ເດືອນ 11 ​ໃນ​ປີ.

ຂ່າວ/ບົດ​ອື່ນ