ຈັດງານຊຸມນນຸມມິດຕິງເນື່ອງໃນໂອກາດວັນປ້ອງກັນ ແລະ ຕ້ານລູກລະເບີດ ແລະ ໝາກໝິ່ນທົ່ວໂລກ ວັນທີ 4 ເມສາ

(VOVWORLD) -ນັກຮຽນ, ນັກສຶກສາ ແລະ ກໍາລັງການທະຫານນັບຮ້ອຍໆຄົນ ໄດ້ເດີນຂະບວນອ້ອມໄປຕາມບັນດາເສັ້ນທາງຫຼວງ ແລະ ສົ່ງສານອອກໄປວ່າ “ຮ່ວມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກພາຍຫຼັງສົງຄາມ”.

ຕອນເຊົ້າວັນທີ 31 ມີນາ, ຢູ່ນະຄອນ ກຸຍເຍິນ, ແຂວງບິ່ງດິ້ງຂອງຫວຽດນາມ ໄດ້ດໍາເນີນງານຊຸມນຸມມິດຕິງ ແລະ ເດີນຂະບວນ ເພື່ອຕອບສະໜອງວັນປ້ອງກັນ ແລະ ຕ້ານລູກລະເບີດ ແລະ ໝາກໝິ່ນ ທົ່ວໂລກ ຄືວັນທີ 4 ເມສາ ດ້ວຍຫົວຂໍ້ວ່າ “ດິນແດງແຫ່ງສະຫງົບປອດໄພ”. ລາຍການດັ່ງກ່າວ ນອນໃນຂອບເຂດໂຄງການ “ຫວຽດນາມ - ສ.ເກົາຫຼີ ຮ່ວມມືກັນແກ້ໄຂຜົນຮ້າຍຢ້ອນຫຼັງຂອງລູກລະເບີດທີ່ຍັງບໍ່ແຕກພາຍຫຼັງສົງຄາມ” (KV-MAP) ໂດຍສູນເຄື່ອນໄຫວກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ,ອົງການຮ່ວມມືສາກົນ ສ.ເກົາຫຼີ, ອົງການພັດທະນາ ສປຊ ແລະ ຄະນະຊາວໜຸ່ມແຂວງບິ່ງດິ້ງ ໄດ້ສົມທົບກັນຈັດຕັ້ງ.

        ງານຊຸມນຸມມິດຕິງດັ່ງກ່າວ ໄດ້ດຶງດູດປະຊາຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ນັກຮຽນ, ນັກສຶກສາ ແລະ ກໍາລັງການທະຫານນັບຮ້ອຍໆຄົນ ໄດ້ເດີນຂະບວນອ້ອມໄປຕາມບັນດາເສັ້ນທາງຫຼວງ ແລະ ສົ່ງສານອອກໄປວ່າ “ຮ່ວມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກພາຍຫຼັງສົງຄາມ”.

ຕອບກັບ

ຂ່າວ/ບົດ​ອື່ນ