ຈັດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ-ຈີນ ຄັ້ງ​ທີ 23

(VOVWORLD) - ງານຕະຫຼາດນັດປີນີ້ ຈະມີຮ້ານຂາຍເຄື່ອງແຕ່ 600-700 ຮ້ານ, ຈັດຂຶ້ນແຕ່ວັນທີ 10-15 ພະຈິກ.
ຈັດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ-ຈີນ ຄັ້ງ​ທີ 23 - ảnh 1

 (ພາບ: congthuong.vn)

   ຕອນເຊົ້າວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທີ່ກອງປະຊຸມຖະແຫຼງຂ່າວແນະນຳງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ຈີນ ຄັ້ງທີ 23 ປີ 2023, ທ່ານ ເລຮ່ວາງຕາຍ, ຮອງຫົວໜ້າກົມສົ່ງເສີມການຄ້າໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວປະຈຳປີ ໃນຂອບເຂດໂຄງການສົ່ງເສີມການຄ້າແຫ່ງຊາດປີ 2023 ໄດ້ຈັດຂຶ້ນຢູ່ນະຄອນ ລາວກາຍ ແຂວງ ລາວກາຍ.

  ຄາດວ່າ, ງານຕະຫຼາດນັດປີນີ້ ຈະມີຮ້ານຂາຍເຄື່ອງແຕ່ 600-700 ຮ້ານ, ຈັດຂຶ້ນແຕ່ວັນທີ 10-15 ພະຈິກ ຊື່ງແມ່ນເຫດການສຳຄັນ ເພື່ອແນໃສ່ເຊື່ອມຕໍ່ການແລກປ່ຽນຄ້າຂາຍ, ກະຕຸ້ນຄວາມຕ້ອງການດ້ານການຄ້າ ແລະ ຍຸ້ແຮງການສົ່ງເສີມການລົງທຶນ. ພິເສດ, ຢຸນໜານ ແມ່ນແຂວງມີບົດບາດທີ່ໃຫ່ຍຫຼວງໃນການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ ຫວຽດນາມ-ຈີນ. ໃນຂອບເຂດງານຕະຫຼາດນັດ, ຈະຈັດບັນດາການເຄື່ອນໄຫວຄື: ເວທີປາໄສວິສາຫະກິດນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ-ຈີນ ແລກປ່ຽນຄ້າຂາຍຢູ່ແຂວງ ລາວກາຍ; ການພົບປະເຈລະຈາຮ່ວມມືດ້ານເສດຖະກິດການຄ້າແຂວງ ລາວກາຍ (ຫວຽດນາມ) ແລະ ຢຸນໜານ (ຈີນ), ເວທີປາໄສແລກປ່ຽນກົນໄກນະໂຍບາຍດຶງດູດເງິນລົງທຶນ ແລະ ການເຄື່ອນໄຫວ logistics….

ຕອບກັບ

ຂ່າວ/ບົດ​ອື່ນ