ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມຢູ່ລັດຖະສະພາເອີລົບ

(VOVWORLD) - ເຂົ້າຮ່ວມການໂອ້ລົມສົນທະນາ ມີທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ ແລະ ທັງເປັນຫົວໜ້າຄະນະປະຕິບັດງານ...

ວັນທີ 28 ພະຈິກ, ທີ່ສຳນັກງານລັດຖະສະພາເອີລົບ ຢູ່ ບຣຸກແຊນ, ລາຊະອານາຈັກ ແບນຊິກ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ກັບ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ແບນຊິກ ແລະ ສະຖາບັນ Aspen ຂອງອາເມລິກາ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມຕໍ່ບັນດາຜູ້ປະສົບເຄາະຮ້າຍຢູ່ ຫວຽດນາມ. ເຂົ້າຮ່ວມການໂອ້ລົມສົນທະນາ ມີທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ ແລະ ທັງເປັນຫົວໜ້າຄະນະປະຕິບັດງານ ຫວຽດນາມ ຢູ່ສະຫະພາບເອີລົບ (EU), ຜູ້ຕາງໜ້າບາງສະຖານທູດຕ່າງປະເທດມີສຳນັກງານຕັ້ງຢູ່ ແບນຊິກ ແລະ ຕາງໜ້າບາງອົງການຂຶ້ນກັບລັດຖະສະພາເອີລົບ.

        ທີ່ການໂອ້ລົມສົນທະນາ, ບັນດານັກບັນລະຍາຍເຫັນດີເປັນເອກະພາບໂດຍຖືວ່າ ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ ບໍ່ພຽງແຕ່ຢຸດຢູ່ໃນບັນດາໂຄງການລ້າງທາດພິດເທົ່ານັ້ນ ຫາກຍັງຄວນດຳເນີນພ້ອມກັບບັນດາການເຄື່ອນໄຫວປົວແປງສິ່ງແວດລ້ອມ ແລະ ພິເສດແມ່ນຊ່ວຍເຫຼືອໃນໄລຍະຍາວເພື່ອສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ