ຈັດຕັ້ງງານລ້ຽງ ເນື່ອງໃນໂອກາດວັນຊາດຫວຽດນາມ 2/9 ຢູ່ລັດເຊຍແລະອະຟະລິກາໃຕ້

ຈັດຕັ້ງງານລ້ຽງ ເນື່ອງໃນໂອກາດວັນຊາດຫວຽດນາມ 2/9 ຢູ່ລັດເຊຍແລະອະຟະລິກາໃຕ້ - ảnh 1
ທ່ານ​ເອກ​ອັດ​ຄະ​ລັກ​ຖະ​ທູດ ຫວຽດ​ນາມ ຟ້າມ​ຊວນ​ເຊີນ ອ່ານສູນທອນພົດທີ່ງານລ້ຽງ

 (vovworld)-​ ​  ກ່​າວສູ​ນ​ທອນ​ພົດ​ທີ່​ງານ​ລ້ຽງ ວັນ​ທີ 26/8, ຢູ່ Moscow , ທ່ານ​ເອກ​ອັດ​ຄະ​ລັກ​ຖະ​ທູດ ຫວຽດ​ນາມ ຟ້າມ​ຊວນ​ເຊີນ ປະ​ຈຳ ສະ​ຫະ​ພາບ​ລັດ​ເຊຍ ​ໄດ້ຢັ້ງ​ຢືນເຖິງ: ຄວາມ​ໝາຍ​ທີ່​ໃຫຍ່ຫຼວງ​ ຂອງ​ວັນປະ​ກາດເອ​ກະ​ລາດ​ ສຳ​ລັບ​ຊາດ ຫວຽດ​ນາມ ທີ່​ມີ​ຕໍ່​ພາ​ລະ​ກິດຕໍ່​ສູ້​ສ້າງສາ ແລະ ປົກປັກ​ຮັກ​ສາ​ປະ​ເທດ​ຊາດ ໃນ​ຕະຫຼອດ 69 ປີ ຜ່ານ​ມາ ຂອງ​ປະ​ຊາ​ຊົນ ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ຢືນ​ຢັນວ່າ: ບັນ​ດາ​ຜົນ​ງານ​ທີ່​ໃຫຍ່ຫຼວງ ​ເຊິ່ງ​ປະ​ຊາ​ຊົນ ຫວຽດ​ນາມ ຍາດ​​ມາໄດ້ ແມ່ນ​ຍ້ອນ​​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຂອງ​ປະຊາ​ຊົນ ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນ​ຳນຳ​ພາ ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ພ້ອມ​​ທັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ບໍ່​ໜ້ອຍ ຈາກເພື່ອ​ນ​ມິດ​ສາ​ກົນ, ພິ​ເສດ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ທີ່​ໃຫຍ່ຫຼວງ ຂອງ​ປະ​ຊາ​ຊົນ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ ແລະ ປະ​ຊາ​ຊົນ​ສະ​ຫະ​ພັນລັດ​ເຊຍ​ ປະ​ຈຸ​ບັນ.

ກ່າວ​ຄຳ​ເຫັນ​​ຊົມ​ເຊີຍວັນ​ຊາດ ຫວຽດ​ນາມ, ​ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງຕ່າງ​ປະ​ເທດ ລັດ​ເຊຍ Igor Morgulov ເນັ້ນ​ໜັກ​ວ່າ:

ພວກ​ຂ້າ​ພະ​ເຈົ້າ, ປະ​ຊາ​ຊົນ ລັດ​ເຊຍ​ ຂໍຊົມ​ເຊີຍບັນ​ດາ​ຜົນ​ງານ​ທີ່​ໃຫຍ່ຫຼວງ ຂອງ​ເພື່ອນ​ມິດ ຫວຽດ​ນາມ ແລະ​ ມີຄວາມເອກ​ອ້າງ​ທະ​ນົງ​ໃຈຕໍ່​ເລື່ອງ​ພວກ​ເຮົາ, ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມ​ກັນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ນາໆ​ປະ​ການ. ມູນ​ເຊື້ອ​ມິດ​ຕະ​ພາບ, ຄວາມ​ໄວ້​ເນື້ອເຊື່ອ​ໃຈ ແລະ ຄວາມ​​ຂອບ​ອົກ​ຂອບ​ໃຈ​ ຊຶ່ງ​ກັນ ແລະ ກັນ ຂອງ​ປະ​ຊາ​ຊົນ 2 ປະ​ເທດ​ພວກ​ເຮົາ ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການປັບ​ປຸງ. ປະ​ຈຸ​ບັນ, ການ​ພົວ​ພັນ ລັດ​ເຊຍ-ຫວຽດ​ນາມ ບັນ​ລຸ​​ໄດ້ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ຈະຍັງສືບ​ຕໍ່​ພັດ​ທະ​ນາ.

ແລະ​ໃນ​ວັນ​ດຽວ​ກັນ, ຢູ່​ອະ​ຟະ​ລິ​ກາ​ໃຕ້, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ​ປະ​ຈຳ​ ສາ​ທາ​ລະ​ນະ​ລັດ ອະ​ຟະ​ລິ​ກາ​ໃຕ້​ໄດ້​ຈັດ​ຕັ້ງພິ​ທີ​ສະ​ເຫຼີມ​ສະຫຼອງ​ວັນ​ຊາດ ແຫ່ງສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ​ຄົບ​ຮອບ 69 ປີ ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ຮຸຍ​ຮ່​ວາງ ຢັ້ງ​ຢືນ​ວ່າ: ນະ​ໂຍ​ບາຍ ຂອງ​ພັກ, ລັດ​ຖະ​ບານ ຫວຽດ​ນາມ​ ​ແມ່ນຍາມ​ໃດ​ກໍ່​ຖື​ການ​ພົວ​ພັນຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ ກັບ ອະ​ຟະ​ລິ​ກາ​ໃຕ້​ຊຶ່ງ​ແມ່ນຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​​ທີສຸດ ຂອງຫວຽດ​ນາມ​ຢູ່ ອະຟ​ະລິ​ກາ ເປັນ​ສຳ​ຄັນ.


ຂ່າວ/ບົດ​ອື່ນ