ຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັນຊາດຫວຽດນາມທີ 2

ຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັນຊາດຫວຽດນາມທີ 2 - ảnh 1
ສະຖານທູດ​ຫວຽດນາມ​ປະຈຳ​ ​ສະຫະພັນ​ລັດ​ເຊ​ຍ
(ຈັດພິທີສະເຫຼີມສະຫຼອງ)


(vovworld) – ຕອນ​ຄໍ່າ​ວັນ​ທີ 02/09, ຢູ່​ນະຄອນຫຼວງ​ຈາ​ກາຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ເອກ​ອັກຄະ​ລັດຖະທູ​ດວິສາມັນ ຜູ​​້ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມ ຫງວຽນ​ຊວນ​ຖຸຍ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​​ແທນ​ຫວຽດນາມ ຢູ່​ອາ​ຊຽນ ຫງວຽນ​​​ແຮ່​ວງນຳ ​ໄດ້​ຈັດພິທີສະ​ເຫຼີ​ມສະຫຼອງ 70 ປີ​ແຫ່​ງວັນຊາດ ສສ.ຫວຽດນາມ (02/09/1945 – 02/09/2015) ​ແລະ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (30/12/1955 – 30/12/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຊວຍ​ຖຸຍ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍຂອງ​ການ​ປະຕິວັດ​​ເດືອນ​ສິງຫາ, ວັນຊາດ​ທີ​ 2 ກັນຍາ; ພ້ອມ​ທັງ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ແມ່ນຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອຍົກການ​ພົວພັນ​ມິ​ດຕະພາບ​​ໃຫ້ຂຶ້ນສູ່ລະດັບ​ຍຸດ​ທະ​ສາດ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ສ້າງ​ອາ​ຊຽນ ສາມັກຄີ, ​ເຂັ້ມ​ແຂງ ​ແລະ ພັດທະນາ.

          ພ້ອມ​ກັບ​ສະຖານທູດ ​ແລະ ບັນດາ​ອົງການ​ຕ່າງ​ໜ້າ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ ກຳປູ​ເຈຍ, ບັນດາ​ສະຖານກົງສູນ​ຫວຽດນາມ ປະຈຳ Sihanoukville ​ແລະ Battambang ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອ​ນສິງຫາ ​ແລະ ວັນຊາດ​ຫວຽດນາມ ທີ 2 ກັນຍາ ​ແລະ ງານ​ລ້ຽງ​ເນື່ອງ​​ໃນ​ໂອກາດ​ນີ້​ຢ່າງ​ສົມ​ກຽດ.

          ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ຫຼາຍ​ປະ​ເທດ​ຄື: ​ສະຫະພັນ​ລັດ​ເຊ​ຍ, ຝລັ່ງ, ຢູ​ແກຼນ, ອີຢີບ, ​ອິດສຣາ​ແອນ, ​​ໄທ ກໍ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ