ຈິດໃຈພັກ-ຈິດໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາປະເທດຊາດໃຫ້ເຂັ້ມແຂງແຮງກ້າ

(VOVWORLD) -ວັນທີ 03 ກຸມພາ, ພັກກອມມູນິດ ຫວຽດນາມ ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບ “ຜົນປະໂຫຍດຂອງຊາດ” ແມ່ນຜົນປະໂຫຍດຂອງພັກ.
ຈິດໃຈພັກ-ຈິດໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາປະເທດຊາດໃຫ້ເຂັ້ມແຂງແຮງກ້າ - ảnh 1ນັບແຕ່ວັນທີ 03 ກຸມພາ 1930, ຫວຽດນາມ ພວມຢູ່ໃນເສັ້ນທາງພັດທະນາໃໝ່ ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່
(ພາບປະກອບ: TTXVN)

ວັນທີ 03 ກຸມພາ, ປະເທດຊາດຕ້ອນຮັບບຸນເຕັດປີຂານ 2022 ຢ່າງເບີກບານມ່ວນຊື່ນ ແລະ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ມີຄວາມປິຕິຊົມຊື່ນສະເຫຼີມສະຫຼອງເຫດການ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2022).

        ວັນທີ 03 ກຸມພາ, ພັກກອມມູນິດ ຫວຽດນາມ ສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບ “ຜົນປະໂຫຍດຂອງຊາດ” ແມ່ນຜົນປະໂຫຍດຂອງພັກ. ສິ່ງດັ່ງກ່າວພວມສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ, ມີລັກສະນະວັດທະນະທຳມະນຸດທີ່ສຸດໃນຍຸດທະສາດຂອງພັກ, ລັດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນັ້ນແມ່ນຕໍ່ໜ້າອາດຈະຮັບຄວາມເສຍຫາຍທາງດ້ານເສດຖະກິດ ແຕ່ຕ້ອງປົກປ້ອງຊີວິດອິນຊີຂອງປະຊາຊົນ, ຮັບປະກັນຊີວິດສັງຄົມ. ຍຸດທະສາດນັ້ນໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາຜ່ານບັນດາກົນໄກ, ນະໂຍບາຍໜູນຊ່ວຍຢ່າງທັນການ, ມີໄຫວພິບ ເພື່ອແນໃສ່ຮັບປະກັນຊີວິດສັງຄົມ, ຊ່ວຍໃຫ້ຜູ້ອອກແຮງງານນັບລ້ານຄົນ ແລະ ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ.

        92 ປີຜ່ານພົ້ນໄປແລ້ວ, ນັບແຕ່ວັນທີ 03 ກຸມພາ 1930, ຫວຽດນາມ ພວມຢູ່ໃນເສັ້ນທາງພັດທະນາໃໝ່ ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່. ເພື່ອປະຕິບັດເປົ້າໝາຍ ຫວຽດນາມ ເຂັ້ມແຂງແຮງກ້າໃນປີ 2045 ຢ່າງມີໄຊ, ພັກ, ລັດໄດ້ຖືຜົນປະໂຫຍດຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນມາກ່ອນ ແລະ ຢູ່ເໜືອກວ່າສິ່ງໃດໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ