ຈີນ, ຍີ່ປຸ່ນ ເຈລະຈາການຄ້າຂັ້ນຮອງລັດຖະມົນຕີຄັ້ງທີ່ 18

(VOVWORLD) - ທີ່ການເຈລະຈາຂັ້ນຮອງລັດຖະມົນຕີການຄ້າຄັ້ງທີ່ 18 ລະຫວ່າງກະຊວງການຄ້າ ຈີນ ກັບກະຊວງເສດຖະກິດ,  ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ, ວັນທີ 27 ມິຖຸນາ ຢູ່ນະຄອນຫລວງ ໂຕກຽວ
ຈີນ, ຍີ່ປຸ່ນ ເຈລະຈາການຄ້າຂັ້ນຮອງລັດຖະມົນຕີຄັ້ງທີ່ 18 - ảnh 1 ຈີນ, ຍີ່ປຸ່ນ ເຈລະຈາການຄ້າຂັ້ນຮອງລັດຖະມົນຕີຄັ້ງທີ່ 18 (ພາບ:THX/TTXVN)

ຍີ່ປຸ່ນ ບັນດາເຈົ້າໜ້າທີ່ຂັ້ນສູງ 2 ປະເທດໄດ້ດຳເນີນການພົບປະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາເສດຖະກິດ ແລະ ການຄ້າຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ກາວ ຢ໋ວຽນ ຮອງລັດຖະມົນຕີການຄ້າ ຈີນ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Hirofumi Katase ເປັນປະທານຮ່ວມຮອບເຈລະຈາດັ່ງກ່າວ. 2 ຝ່າຍໄດ້ຈັດຕັ້ງບັນດາການປຶກສາຫາລືທີ່ມີລັກສະນະສ້າງສັນກ່ຽວກັບການເຊື່ອມຈອດພື້ນຖານໂຄງລ່າງ ອາຊີ, ຕາມນັ້ນແລ້ວ ຈີນ ລາຍງານກ່ຽວກັບຂໍ້ລິເລີ່ມ “ຂອບອ້ອມ ແລະ ເສັ້ນທາງ”, ໃນຂະນະນັ້ນ ຝ່າຍ ຍີ່ປຸ່ນ ແນະນຳກ່ຽວກັບ “ການພົວພັນຄູ່ຮ່ວມມືຮັບໃຊ້ພື້ນຖານໂຄງລ່າງຄຸນນະພາບສູງ”. ແລະກໍ່ໃນການເຈລະຈາ, 2 ຝ່າຍຍັງແລກປ່ຽນທັດສະນະກ່ຽວກັບການຮ່ວມມືໃນບັນດາຂົງເຂດສຳຄັນຄືການປະຢັດພະລັງງານ ແລະ ປົກປັກຮັກສາສິງແວດລ້ອມ, ຂະແໜງບໍລິການທັນສະໄໝ, ຊັບສິນທາງປັນຍາ ແລະ ຄ້າຂາຍລົດໂອໂຕ, ພ້ອມດ້ວຍບັນດາບັນຫາພາກພື້ນ ແລະ ຫລາຍຝ່າຍອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ