ຈີນ ເດັດດ່ຽວຄັດຄ້ານເລື່ອງ EU ຢາກລົງໂທດ 3 ບໍລິສັດຂອງຈີນ

(VOVWORLD) - ຈີນ ຈະຈັດວາງບັນດາມາດຕະການຈຳເປັນເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດປະເທດນີ້.
ຈີນ ເດັດດ່ຽວຄັດຄ້ານເລື່ອງ EU ຢາກລົງໂທດ 3 ບໍລິສັດຂອງຈີນ - ảnh 1ທ່ານ Wēng wén bān, ໂຄສົກກະຊວງການຕ່າງປະເທດ ຈີນ
(ພາບ:VOV)

ວັນທີ 14 ກຸມພາ, ທ່ານ Wēng wén bān, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ຈີນ ສະແດງປະຕິກິລິຍາຢ່າງແຮງຕໍ່ເລື່ອງ ສະຫະພາບ ເອີລົບ (EU) ສ້າງແຜນການລົງໂທດ 3 ບໍລິສັດຂອງປະເທດນີ້ດ້ວຍຂໍ້ກ່າວຫາໜູນຊ່ວຍ ລັດເຊຍ ໃນບັ້ນການປະທະກັນຢູ່ ຢູແກຼນ. ຕາມທ່ານ Wēng wén bān ແລ້ວ, ການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຈີນ ແລະ ລັດເຊຍ ແມ່ນຈະແຈ້ງ, ໂປ່ງໃສ ແລະ ບໍ່ແນໃສ່ຝ່າຍທີສາມ, ກໍ່ຄືບໍ່ຖືກຝ່າຍທີສາມໃດແຊກແຊງໄດ້. ຈີນ ຈະຈັດວາງບັນດາມາດຕະການຈຳເປັນເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດປະເທດນີ້.

        ກ່ອນໜ້ານັ້ນ, ວັນທີ 13 ກຸມພາ,  EU ໄດ້ໃຫ້ຂ່າວໂດຍໃຫ້ຮູ້ກ່ຽວກັບແຜນການຈັດວາງບັນດາມາດຕະການສະກັດກັ້ນການຄ້າສຳລັບວິສາຫະກິດ 20 ແຫ່ງ, ໃນນັ້ນມີ 3 ວິສາຫະກິດມີສຳນັກງານຢູ່ ຈີນ. ບັນດາວິສາຫະກິດດັ່ງກ່າວຖືກກ່າວຫາໜູນຊ່ວຍໃຫ້ ລັດເຊຍ ໃນການປະທະກັນກັບ ຢູແກຼນ. ຖ້າຫາກແຜນການນີ້ໄດ້ຮັບຮອງເອົາ, ນີ້ຈະແມ່ນຄັ້ງທຳອິດທີ່ EU ຈັດວາງບັນດາການສະກັດກັ້ນດ້ານການຄ້າສຳລັບວິສາຫະກິດ ຈີນ ນັບແຕ່ເມື່ອເກີດການປະທະກັນ ລັດເຊຍ - ຢູແກຼນ ໃນເດືອນ ກຸມພາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ