ຈີນ ແລະ ສປປ.ເກົາຫຼີ ເພີ່ມທະວີການຮ່ວມມືໃນຂົງເຂດການທູດ

(VOVWORLD) - ວັນທີ 25 ກໍລະກົດ, ທ່ານ ກົງຊວນຢິວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ ທັງເປັນທູດພິເສດກ່ຽວກັບບັນຫາ ສປປ.ເກົາຫຼີ ແລະ ຄູ່ຕຳແໜ່ງ ສປປ.ເກົາຫຼີ Ri Kil Song ໄດ້ມີການພົບປະຢູ່ ພຽງຢາງ.
ຈີນ ແລະ ສປປ.ເກົາຫຼີ ເພີ່ມທະວີການຮ່ວມມືໃນຂົງເຂດການທູດ - ảnh 1 ຈີນ ແລະ ສປປ.ເກົາຫຼີ ເພີ່ມທະວີການຮ່ວມມືໃນຂົງເຂດການທູດ (ພາບ: THX/TTXVN)

2 ຝ່າຍໄດ້ປຶກສາຫາລືຢ່າງເລິກກ່ຽວກັບບັນດາບັນຫາຄື: ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືຍຸດທະສາດໃນຂົງເຂດການທູດ ແນໃສ່ພັດທະນາການພົວພັນມິດຕະພາບ 2 ຝ່າຍຂຶ້ນສູ່ໄລຍະໃໝ່ ຖືກຕາມຄວາມມຸ່ງຫວັງຂອງການນຳ 2 ປະເທດ.

        ແລະກໍ່ກ່ຽວຂ້ອງເຖິງບັນຫາ ສປປ. ເກົາຫຼີ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung-wha ໃຫ້ຮູ້ວ່າ: ບັນດາຝ່າຍທີ່ກ່ຽວຂ້ອງອາດຈະຖະແຫຼງສິ້ນສຸດສົງຄາມ ເກົາຫຼີ ເມື່ອບັນດາການນຳໄດ້ພົບປະກັນໃນລະດູໃບໄມ້ຫຼົ່ນຈະມາເຖິງ ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄາດວ່າ ຈະໄດ້ຈັດຕັ້ງຢູ່ ນິວຢອກ ປະເທດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ