ຈີນຄວບຄຸມຄວາມສະຫງົບພາຍຫຼັງເຫດວາງລະເບີດຢູ່ສະຖານີລົດໄຟຊິນຈຽງ

ຈີນຄວບຄຸມຄວາມສະຫງົບພາຍຫຼັງເຫດວາງລະເບີດຢູ່ສະຖານີລົດໄຟຊິນຈຽງ - ảnh 1
(ພາບ: Reuters)

(vovworld) – ອຳນາດ​ການ​ປົກຄອງ​ຈີນ ຄວບ​ຄຸມ​ຄວາມ​ສະຫງົບ​ໃນ​ວັນ​ທີ 1/5 ພາຍຫຼັງ​ເກີດ​ເຫດ​ກໍ່​ການ​ຮ້າຍ​ຢູ່​ສະຖານີລົດ​ໄຟ​ໃຫຍ່​ກວ່າ​ໝູ່​ຢູ່​ເມືອງ​ເອກ Urumqi ​ໃນ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ ​ໄຢອູ​ຢີ້ - ​ຊິນ​ຈຽງ, ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນ. ຢູ່​ນະຄອນຫຼວງ​ປັກ​ກິ​ງ, ກຳລັງ​ຕຳຫຼວດ​ທັງ​ໝົດ​ຖືກ​ຈັດ​ວາງ​ໃນ​ສະພາບ​ເຕືອນ​ໄພ​ສູງ​ແລະ ຕ້ອງ​ເພີ່ມ​ທະວີ​ການ​ລາດຕະ​ເວນ 24/24 ຊົ່ວ​ໂມງ​ຢູ່​ທຸກ​ແຫ່ງ​ທີ່​ມີ​ປະຊາຊົນ​ເຕົ້າ​ໂຮມ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ເພື່ອ​ຄົ້ນ​ພົບ​ບັນດາ​ປັດ​ໃຈ​ຜິດ​ປົກກະຕິ​ໃນ​ທັນທີ. ຢູ່​ ກວາງ​ເຈົາ ​ຂຶ້ນ​ກັບ​ແຂວງ​ກວາງຕຸ​ງ, ຕຳຫຼວດ​ກວ່າ 10.000 ຄົນ ກໍ່​ໄດ້​ປະກອບ​ປືນ​ເພື່ອ​ລາດຕະ​ເວນ​ຕາມ​ຖະໜົນ​ຫົວ​ທາງສາຍ​ຕ່າງໆ. ​ໃນ​ຂະນະ​ນັ້ນ, ຢູ່ ຊິນ​ຈຽງ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໄດ້​ລະດົມ​ກຳລັງ​ທັງ​ໝົດ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ສະໜອງ​ເງື່ອນ​ໄຂ​ການ​ແພດ​ດີ​ທີ່​ສຸດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ. ສະພາບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມ​ກໍ່​ໄດ້​ຮັບ​ການ​ຟື້ນ​ຟູ, ​ໃນ​ຂະນະ​ນັ້ນ, ​ຜູ້​ຖືກ​ບາດ​ເຈັ​ບ​ເບົາຈຳນວນ​ໜຶ່ງ​ກໍ່​ໄດ້​ອອກ​ຈາກ​ໂຮງໝໍ​ແລ້ວ.

ຕາມ​ຂ່າວ​ຫຼ້າ​ສຸດ​ຂອງ​ຕຳຫຼວດ​ຈີນ. ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ 79 ຄົນ​ຖືກ​ບາດ​ເຈ​ັບ. ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດນັ້ນ ມີ 2 ຄົນ​ຖືກ​ສົງ​ໃສ​ວ່າ​​ເປັນ​ຕົວ​ການ​ກໍ່​ການ​ຮ້າຍ. 2 ຄົນ​ນີ້​ເຄີຍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສາສະໜາ​ຫົວ​ຮຸນ​ແຮງຕ່າງໆ ​ແລະ ຖືກ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງຈາກ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ.

ຂ່າວ/ບົດ​ອື່ນ