ຈີນຍົກເລີກພາສີນຳເຂົ້າສິນຄ້າຜະລິດຕະພັນກະເສດບາງປະເ​ພດໃຫ້ 5 ປະເທດອາຊີ

(VOVWORLD) -ຕາມ AFP ແລ້ວ, ວັນທີ 26 ມິຖຸນາ, ຈີນ ຢັ້ງຢືນວ່າ ຈະຍົກເລີກພາສີໃຫ້ບາງປະເພດສິນຄ້າ, ໃນນັ້ນມີໝາກຖົ່ວເຫຼືອງ ນຳເຂົ້າຈາກ 5 ປະເທດອາຊີ ໃນສະພາບມີໄພເກີດສົງຄາມການຄ້າລະຫວ່າງຈີນ ແລະ ອາເມລິກາ ອາດພາໄປເຖິງເພີ່ມລາຄາໝາກຖົ່ວເຫຼືອງ.

ຄືດັ່ງສ່ວນໜຶ່ງໃນສັນຍາການຄ້າອາຊີ - ປາຊີຟິກ ສຳລັບບັນດາປະເທດ ບັງກະລາເທດ, ອິນເດຍ, ລາວ, ສ.ເກົາຫຼີ ແລະ ສີລັງກາ, ຈີນ ຈະຫຼຸດອັດຕາພາສີນຳເຂົ້າລົງ 0% ສຳລັບບັນດາຜະລິດຕະພັນກະເສດສຳຄັນ, ພ້ອມກັນນັ້ນ, ກໍ່ຫຼຸດຜ່ອນອັດຕາພາສີໃຫ້ຜະລິດຕະພັນອື່ນນັບສິບປະເພດ ນັບແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ.

      ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາ ກ່ອນ 5 ວັນເມື່ອຈີນ ຄາດວ່າຈະຈັດວາງອັດຕາພາສີໃໝ່ສຳລັບສິນຄ້າທີ່ນຳເຂົ້າຈາກອາເມລິກາ, ເຊິ່ງແມ່ນນັກສະໜອງຜະລິດຕະພັນກະເສດໃຫຍ່ຄື ໝາກຖົ່ວເຫຼືອງ, ເຊິ່ງແມ່ນຜະລິດຕະພັນທີ່ໄດ້ນ້ຳໃຊ້ຢ່າງກ້ວາງຂວາງໃນຂະແໜງລ້ຽງສັດ.

ຕອບກັບ

ຂ່າວ/ບົດ​ອື່ນ