ຈີນ-ຍີ່ປຸ່ນ-ສເກົາຫຼີ ປຶກສາຫາລືກ່ຽວກັບ ຄວາມເຄັ່ງຕຶງໃນແຫຼມເກົາຫຼີ

ຈີນ-ຍີ່ປຸ່ນ-ສເກົາຫຼີ ປຶກສາຫາລືກ່ຽວກັບ ຄວາມເຄັ່ງຕຶງໃນແຫຼມເກົາຫຼີ - ảnh 1
(ພາບ:baodongnai.com.vn)

( vovworld ) – ​ທີ່​ກອງ​ປະຊຸມ​ຂັ້ນສູງ 3 ຝ່າຍ​ຄັ້ງທີ 5 ຊື່ງຈັດ​ຂຶ້ນ​ໃນ​ວັນ​ທີ 13/5 ຢູ່​ປັກ​ກີ​ງ ປະ​ເທດ​ຈີນນັ້ນ, ຈີນ-​ຍີ່ປຸ່ນ-​ສ​ເກົາ​ຫຼີ ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ຢູ່ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ ການ​ທົດ​ລອງ​ນິວ​ເຄຼຍຂອງ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້. ປະທານາທິບໍດີ​ສ​ເກົາຫຼີ Lee Myung Bak ​ໃຫ້​ຮູ້​ວ່າ: 3 ປະ​ເທ​ດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ ຈະ​ບໍ່​ຮັບ​ຮູ້​ເຫດການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ໃດໆ​ອີກ ຫຼື​ການ​ກະທຳ​ເກາະ​ຜິດ​ໃດໆ​​ອີກ​ຈາກ​ຝ່າຍ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ. ສ່ວນທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ຖື​ວ່າ 3 ປະ​ເທດ​ຕ້ອງ​ສະກັດ​ກັ້ນທຸກໆ​ການ​ກະທຳ​ເກາະ​ຜິດ​ຂອງ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ​ໃນ​ອະນາຄົດ ​ແລະ​ ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ກ່ຽວກັບ​ບັນຫາ​ນີ້. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີຈີນ​ເວີນ​​ເຈຍ​ປາວ ​ເນັ້ນໜັກ​ວ່າ: ທຸກໆ​ຝ່າຍ​ຕ້ອງ​ລະງັບ​ໃຈ ​ແລະ ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ ​ແລະ ກັບ​ຄືນ​ສູ່​ວິວັດ​ການ​ເຈລະຈາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສືບ​ຕໍ່​ຄວາມ​ມານະ​ພະຍາຍາມ​ປອດ​ນິວ​ເຄຼຍ​ໃນ​​ແຫຼມ​ເກົາຫຼີ​ຜ່ານ​ການ​ເຈລະຈາ 6 ຝ່າຍ.

 

 

 

 

 

ຂ່າວ/ບົດ​ອື່ນ