ຈີນຍູ້ແຮງວຽກງານປ້ອງກັນ,ຕ້ານໄພແຜ່ລະບາດເຊື້ອໄວຣັດສັດປິກ H7N9 ຕິດແປດໃສ່ຄົນ

ຈີນຍູ້ແຮງວຽກງານປ້ອງກັນ,ຕ້ານໄພແຜ່ລະບາດເຊື້ອໄວຣັດສັດປິກ H7N9 ຕິດແປດໃສ່ຄົນ - ảnh 1
ຈີນຍ​ູ້​ແຮງວຽກ​ງານປ້ອງ​ກັນ,ຕ​້ານ​ໄພແຜ່​ລະ​ບ​າດ
​ເຊື້ອ​ໄວ​ຣັດສັດ​ປິກ H7N9 ຕິດ​​ແປດໃສ່​ຄົນ
(ພາບ: Kyodo/TTXVN)


(vovworld) - ​ບັນ​ດາ​ທ້ອງ​ຖິ່ນ​ຢູ່​ຈີນ ພວມ​ມາ​ນະ​ພະ​ຍາ​ຍາ​ມ​ຍູ້​ແຮງວຽກ​ງານ​ປ້ອງ​ກັນ, ຕ້ານ​ເ​ຊື້ອ​ໄວ​ຣັດສັດ​ປິກ H7N9 ພາຍ​ຫຼັງ​ພົບ​ເຫັນ​​ຫຼາຍກໍ່​ລະ​ນີ​ຕິດ​ແປດ​ໃສ່​ຄົນ. ວັນ​ທີ 12/02, ບັນ​ດາ​ອົງ​ການ​​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ ຊື​ຈວ​ານ ຕ້ອງ​ອັດ​ປະ​ຕູ​ສະ​ຖານ​ທ​ີ່​ຂ້າ​ຂາຍສັດ​ປິກ​ຢູ່​ນະ​ຄອນ ຊວາຍ​ໜິງ ພາຍ​ຫຼັງ​ພົບ​ເຫັນ 4 ຄົນ​ຖືກ​ຕິດ​ໄວ​ຣັດ H7N9 ໃນ​ປີນີ້. ໃນ​ຂະ​ນະ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ແຂວງ ຄ໋​ູ​ໄປ່, ທາງ​ພາກ​ກາງ​ຂອງ​ຈີນ ກໍ່​ສ້າງ​ຕັ້ງ​ບັນ​ດາ​ສູນ​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັດ​ສັດ​ປິກ H7N9 ຕິດ​ໃສ່​ຄົນ. ຕາມ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ  ແລະ ​ວາງແຜນ​ຄອບ​ຄົວຂອງ​ທ້ອງ​ຖິ່ນນີ້​ໃນ​ໄລ​ຍະ​ເວ​ລາແຕ່​ວັນ​ທີ 01/01 – 09/02/2017, ທົ່ວແຂວງ​ໄດ້​ມ​ີ 19 ຄົນ​ຖືກ​ຕິ​ດ​ໄວ​ຣັດ H7N9.

        ກ່ອນ​ໜ້ານັ້ນ, ຢ​ູ່​ນະ​ຄອນ​ປັກ​ກິງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຄື: ລຽວ​ນິງ, ເຈງ​ຊູ, ຊານ​ຕູງ… ກໍ່​ພົນ​ເຫັນ​ບັນ​ດາ​ຜູ້​ຖືກ​ຕິດ​ໄວ​ຣັດ H7N9 ​​ໃນ​ຊຸມມື້​ຕົ້ນ​ປີ​ໃໝ່.

ຂ່າວ/ບົດ​ອື່ນ