(vovworld) - ໃນການປະຊຸມຂ່າວຂອງກະຊວງການຕ່າງປະເທດຈີນຕອນບ່າຍວັນທີ 24/6, ເມື່ອບັນດານັກຂ່າວຍົກຄຳຖາມກ່ຽວກັບເລື່ອງວັນທີ 23/6, ໂທລະພາບຫວຽດນາມໄດ້ໃຫ້ຂ່າວວ່າ, ກຳ່ປັ່ນບາງລຳຂອງຈີນໄດ້ສຸມໃສ່ບຸກໂຈມຕີ, ຕຳໃສ່ກຳ່ປັ່ນປະຕິບັດກົດໝາຍຂອງຫວຽດນາມຢູ່ເຂດອ້ອມຮ້ານເຈາະນຳ້ມັນໄຮຢາງ - 981, ເຮັດໃຫ້ກຳ່ປັ່ນຫວຽດນາມຖືກເປ່ເພນັ້ນ. ໂຄສົກກະຊວງການຕ່າງປະເທດຈີນ ຮວາຊຸນຢິງ ໄດ້ຍົກອອກຂ່າວທີ່ຜິດພາດອອກມາ ແລະ ຕູ່ຫາກຳ່ປັ່ນຫວຽດນາມໄດ້ຕັ້ງໃຈຕຳ່ໃສ່ກຳ່ປັ່ນຂອງຈີນ, ເຮັດໃຫ້ກຳ່ປັ່ນຈີນຖືກເປ່ເພ. ບໍ່ພຽງແຕ່ຖີ້ມໂທດໃຫ້ກຳ່ປັ່ນຂອງຫວຽດນາມເທົ່ານັ້ນ, ໂຄສົກກະຊວງການຕ່າງປະເທດຈີນ ຍັງຊຸກຍູ້ຫວຽດນາມຖອນກຳ່ປັ່ນ ແລະ ພາລະກອນທັງໝົດອອກຈາກເຂດທະເລ, ເພື່ອຟື້ນຟູສະຖຽນລະພາບຄືນໃໝ່ຢູ່ທະເລຕາເວັນອອກ. ເປັນທີ່ຈະແຈ້ງແລ້ວວ່າ, ນີ້ແມ່ນການເສກສັນປັ້ນແຕ່ງຢ່າງເປີດແປນຂອງກະຊວງການຕ່າງປະເທດຈີນ, ເພື່ອບິດເບືອນຄວາມຈິງ, ລໍ້ລວງຫາງສຽງຈີນ ແລະ ໂລກ.