ຈີນພົບເຫັນກໍລະນີຕິດH7N9ທຳອິດໃນປີ2015

ຈີນພົບເຫັນກໍລະນີຕິດH7N9ທຳອິດໃນປີ2015 - ảnh 1
ການກວດ​ກາ​ສັກ​ປິກ​ຢູ່ນະ​ຄອນ ເຊີນ​ເຈີນ, ແຂວງ ​ກ໋​ວາງ​ຕູງ, ພາກ​ໃຕ້​ປະ​ເທດ ຈີນ
(ພາບ: ສຳ​ນັກ​ຂ່າ​ວ​ສານ ຊິນ​ຮ​ວາ/TTXVN)

(vovworld) –  ​ວັນ​ທີ 5/1, ຄະ​ນະ​ກຳ​ມະ​ການ​ການ​ແພດ ແລະ ວາງ​ແຜນ​ຄອບ​ຄົ​ວ​ນະ​ຄອນ ເຊີນ​ເຈີນ, ແຂວງ ​ກ໋​ວາງ​ຕູງ, ພາກ​ໃຕ້​ປະ​ເທດ ຈີນ ​ໄດ້ຮັບ​ຮູ້​ກໍ​ລະ​ນີ​ຕິດ​ໄວ​ຣັດ​ H7N9 ທຳ​ອິດ​ໃນ​ປີ 2015. ຄົນ​ເຈັບ​ແມ່ນ​ນ້ອງ​ຍິງ​ອາ​ຍຸ 6 ປີ, ຢູ່​ນະ​ຄອນ ເຊີນ​ເຈີນ ປະ​ຈຸ​ບັນ, ສຸ​ຂະ​ພາບ​ຂອງ​ຄົນ​ເຈັບ​ຜູ້ນີ້​ຍັງ​ເປັນ​ປົກ​ກະ​ຕິ, ບໍ່​ເປັນໄຂ້, ​ບໍ່​ເປັນ​ປອດ​ອັກ​ເສບ ແລະ ໄດ້​ຮັບ​ການແຍກ​ອອກ​​ໃນ​ໂຮງ​ໝ​ໍ​ແຫ່ງ​ໜຶ່ງ​ໃນ​ນະ​ຄອນ. ນີ້​ແມ່ນ​ກໍ​ລະ​ນີ​ຕິດ​ໄວ​ຣັດ H7N9 ທີ 2 ໄດ້​ພົບ​ເຫັນ​ຢູ່​ນະ​ຄອນ ເຊີນ​ເຈີນ ນັບ​ແຕ່​ຕົ້ນ​ລະ​ດູ​ໜາວ​ມາ​ຮອດ​ປະ​ຈຸ​ບັນ. ກ່ອນນັ້ນ, ວັນທີ 30/12/2014 ຄະ​ນະ​ກຳ​ມະ​ການ​​ການ​ແພດ ແລະ ວາງ​ແຜນ​ຄອບ​ຄົ​ວ​ນະ​ຄອນ ເຊີນ​ເຈີນ ໃຫ້​ຮູ້​ວ່າ: ມີ​ຄົນ​ເຈັບ​ຍິງ​ຄົນ​ໜຶ່ງ​ອາ​ຍຸ 35 ປີ​ຕ້ອງ​ເຂົ້າ​ໂຮງ​ໝໍ​ໃນ​​ອາ​ກາ​ນ​ເປັນ​ພະ​ຍາດ​ໜັກ.


ຂ່າວ/ບົດ​ອື່ນ