ຈ​ີນ​ພ້ອມ​ກັບ​ອາ​ຊຽນ​​ຖື​ເປັນ​ສຳ​ຄັນ​ບັນ​ຫາ​ສັນ​ຕິ​ພາບ

(VOVWORLD) - ກອງປະຊຸມສຸດຍອດອາຊຽນ - ຈີນຄັ້ງທີ 23 ໄດ້ດຳເນີນໃນວັນທີ 12 ພະຈິກໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37.
ຈ​ີນ​ພ້ອມ​ກັບ​ອາ​ຊຽນ​​ຖື​ເປັນ​ສຳ​ຄັນ​ບັນ​ຫາ​ສັນ​ຕິ​ພາບ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານອາຊຽນ 2020 ເຂົ້າຮ່ວມກອງປະຊຸມສຸດຍອ ອາຊຽນ - ຈີນຄັ້ງທີ 23 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ກອງປະຊຸມມີຄວາມໝາຍສຳຄັນ ເພື່ອແນໃສ່ກຳນົດທິດການຮ່ວມມືລະຫວ່າງ ອາຊຽນ ກັບ ຈີນ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນປັດຈຸບັນ, ຍູ້ຄວາມສ່ຽງເກີດໂລກລະບາດໂຄວິດ - 19ໃຫ້ຖອຍໄປ, ຮັບປະກັນຊີວິດການເປັນຢູ່ຢ່າງສະຫງົບສຸກໃຫ້ແກ່ປະຊາຊົນ, ຮັກສາສະພາບແລດລ້ອມແຫ່ງສະຖຽນລະພາບເພື່ອພ້ອມກັນຟື້ນຟູ ແລະ ພັດທະນາ. ທີ່ກອງປະຊຸມ ອາຊຽນ - ຈີນ ຄັ້ງທີ 23 ທີ່ໄດ້ວາງອອກບັນດາການກຳນົດທິດການຮ່ວມມືສຳຄັນ ໃນສະພາບການປີ 2021, ສອງຝ່າຍຈະສະເຫຼີມສະຫຼອງ 30 ປີແຫ່ງການຮ່ວມມື.

ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2019. ການຮ່ວມມືສອງຝ່າຍຕ່າງຝ່າຍຕ່າງມີຜົນປະໂຫຍດຢູ່ພາກພື້ນອາຊີຕາເວັນອອກ ຈະຊ່ວຍ ຊຸກຍູ້ການເຕີບໂຕທົ່ວໂລກ. ຈີນພ້ອມກັບອາຊຽນ ຈະຖືເປັນສຳຄັນບັນຫາສັນຕິພາບໃນພາກພື້ນ, ຜ່ານການໂອ້ລົມສົນທະນາ ແລະ ປະຊຸມເຈລະຈາເພື່ອແກ້ໄຂບັນດາການຂັກແຍ້ງກັນລະຫວ່າງບັນດາປະເທດ. ທ່ານ ຫຼີເຄືອສຽງ ເນັ້ນໜັກວ່າ ກອງປະຊຸມອາຊຽນ - ຈີນຄັ້ງນີ້ຈະຊອກຫາໄດ້ເສັ້ນທາງຮ່ວມມືທີ່ມີປະສິດທິຜົນກ່ວາໃນອະນາຄົດ.

ແລະກໍ່ໃນວັນດຽວກັນ, ເມື່ອກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນຄັ້ງທີ 23, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານອາຊຽນ 2020 ໄດ້ຢັ້ງຢືນວ່າ ຍາມໃດ ຍີ່ປຸ່ນ ກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ອາຊຽນ. ດ້ວຍບົດບາດເປັນປະສານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ຫວຽດນາມໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບຍີ່ປຸ່ນ ແລະ ບັນດາປະເທດອາຊຽນຢ່າງແໜ້ນແຟ້ນເພື່ອເປີດກ້ວາງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະນາດ ແລະ ຮອບດ້ານລະຫວ່າງ ສອງຝ່າຍເລິກເຊິ່ງກ່ວາອີກ.

ສ່ວນທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ເຫັນດີເປັນເອກະພາບວ່າ ຈະພ້ອມກັບອາຊຽນ ຜັນຂະຫຍາຍແຜນການກະທຳເພື່ອການຟື້ນຟູ ເສດຖະກິດ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ, ເຊິ່ງໄດ້ຮັບຮອງໃນຫວ່າງມໍ່ໆມານີ້. ຍີ່ປຸ່ນ ມີຄວາມປາດຖະໜາຢາກຮ່ວມມືກັບ ອາຊຽນ ໃນບັນດາຂົງເຂດຄື: ການເດີນເຮືອ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການປ່ຽນແປງຂອງດິນຟ້າອາກາດ… ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຢັ້ງຢືນສືບຕໍ່ສະໜັບສະໜູນອາຊຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຫຼຸດຜ່ອນບັນດາຜົນກະທົບຕໍ່ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ. ຍີ່ປຸ່ນຈະໜູນຊ່ວຍອາຊຽນສ້າງສູນ ອາຊຽນກ່ຽວກັບບັນດາບັນຫາສາທາລະນະສຸກດ່ວນ ແລະ ໂລກລະບາດໃໝ່ (ອາຊຽນ CDC).

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ