ຈີນ-ອິນເດຍ ເຫັນດີຊອກຫາມາດຕະການແກ້ໄຂສະພາບສູ້ຢັນກັນໃນປະຈຸບັນໂດຍໄວ

(VOVWORLD) - ການເຈລະຈາຂັ້ນຜູ້ບັນຊາການກອງພົນໃຫຍ່ຄັ້ງທີ 7 ລະຫວ່າງຈີນ ແລະ ອິນເດຍ ຢູ່ເຂດຊາຍແດນໃນວັນທີ 12 ຕຸລາ ບັນລຸໄດ້ໝາກຜົນດີພໍສົມຄວນ.
ຈີນ-ອິນເດຍ ເຫັນດີຊອກຫາມາດຕະການແກ້ໄຂສະພາບສູ້ຢັນກັນໃນປະຈຸບັນໂດຍໄວ - ảnh 1(ພາບປະກອບ: Sina)

ວັນທີ 13 ຕຸລາ, ກະຊວງປ້ອງກັນປະເທດຈີນ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທີ່ການເຈລະຈາຂັ້ນຜູ້ບັນຊາການກອງພົນໃຫຍ່ຄັ້ງທີ 7 ລະຫວ່າງຈີນ ແລະ ອິນເດຍ ຢູ່ເຂດຊາຍແດນໃນວັນທີ 12 ຕຸລາ ບັນລຸໄດ້ໝາກຜົນດີພໍສົມຄວນ.

        ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາກ່ຽວກັບເລື່ອງຢຸດຕິສະພາບສູ້ຢັນກັນຂອງທະຫານຢູ່ເສັ້ນທາງຄວບຄຸມພື້ນທີ່ຕົວຈິງລະຫວ່າງເຂດຊາຍແດນຂອງ 2 ປະເທດ. 2 ຝ່າຍໄດ້ເຫັນດີສືບຕໍ່ດຳເນີນການເຈລະຈາຜ່ານບັນດາຊ່ອງທາງການທູດ ແລະ ການທະຫານ, ພະຍາຍາມບັນລຸໄດ້ມາດຕະການເຊິ່ງ 2 ຝ່າຍສາມາດຍອມຮັບໄດ້ໂດຍໄວ ເພື່ອແນໃສ່ຢຸດຕິສະພາບສູ້ຢັນກັນລະຫວ່າງທະຫານ 2 ປະເທດ. 2 ຝ່າຍກໍ່ເຫັນດີປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳ 2 ປະເທດຢ່າງເຂັ້ມງວດ, ບໍ່ຄວນມີການກະທຳທີ່ເຮັດໃຫ້ຄວາມບໍ່ລົງລອຍກັນກາຍເປັນການຂັດແຍ້ງກັນ, ພ້ອມກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ.

        ສະນັ້ນ, ເຖິງວ່າຍັງບໍ່ທັນຍົກອອກມາດຕະການລະອຽດເທື່ອກໍ່ຕາມ, ແຕ່ຈີນ ແລະ ອິນເດຍ ສືບຕໍ່ເນັ້ນໜັກວ່າ ຈະບໍ່ມີການປະທຳເຮັດໃຫ້ເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ ເປັນການປະກອບສ່ວນຫຼຸດຜ່ອນສະພາບການຢູ່ເຂດຊາຍແດນລະຫວ່າງຈີນ - ອິນເດຍ ລົງໄດ້ສ່ວນໃດສ່ວນໜຶ່ງເຊິ່ງເກີດຂຶ້ນໃນຫຼາຍເດືອນຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ