ຈີນແລະອາເມລິກາປຶກສາຫາລືບັນດາບັນຫາ2ຝ່າຍແລະສາກົນທີ່ມີຄວາມສົນໃຈ

ຈີນແລະອາເມລິກາປຶກສາຫາລືບັນດາບັນຫາ2ຝ່າຍແລະສາກົນທີ່ມີຄວາມສົນໃຈ - ảnh 1
ລັດຖະມົນຕີການຕ່າງປະເທດ ອາເມລິກາ Kerry
 ແລະ ຄູ່ຕຳແໜ່ງ ຈີນ ຫວາງອີ
(ພາບ: news.cn)

(vovworld) – ​ ​ ທີ່​ວາລະ​ປະຊຸມ​ໃນ​ວັນ​ທີ 06/06, ​ໃນ​ຂອບ​ເຂດ​ການ​ເຈລະຈາ​ແຜນ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ຈີນ - ອາ​ເມ​ລິ​ກາ (S&ED) ຄັ້ງທີ 8, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຮຽກຮ້ອງ​ທັງ ອາ​ເມ​ລິ​ກາ ​ແລະ ຈີນ ພ້ອມ​ກັນ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການທາງ​ການ​ທູດ ​​ເພື່ອ​ແກ້​ໄຂ​ສະພາບ​​ເຄັ່ງ​ຕຶງທີ່​ພວມປີນ​ຂັ້ນ​ໄດຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ John Kerry ຊີ້​ແຈ້ງວ່າ: ບໍ່​ສາມາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ ດ້ວຍ​ການ​ກະທຳພຽງ​ລ​ຳພັງ​ຝ່າຍ​ດຽວ ຫາກ​ຍັງ​ຕ້ອງ​ຜ່ານ​ກົດໝາ​ຍ, ການ​ທູດ ​ແລະ ການ​ເຈລະຈາ. ທ່ານ John Kerry ກໍ່​ສະ​ແດງ​ຄວາມຫວັງ​ວ່າ: ຈີນ ຈະ​ແກ້​ໄຂ​ບັນຫາ​ນີ້ ດ້ວຍ​ສັນຕິ​ວິທີ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ອາ​ເມ​ລິ​ກາ ​ໄດ້ກະຕຸກ​ຊຸກຍູ້ ຈີນ ກໍ່​ຄວາມກົດດັນ​ຕໍ່ ສປປ.​ເກົາຫຼີ ພາຍຫລັງທີ່ ພຽງ​ຢາງ ​ໄດ້ດຳ​ເນີນ​ເຫດ​ທົ​ດລອງ​ນິວ​ເຄຼຍ​ເທື່ອ​ທີ 4 ​ໃນ​ວັນ​ 06/01 ​ແລະ ຫລັງ​ຈາກນັ້ນ ກໍ່​ຍິງທົດ​ລອງ​ລູກ​ສອນ​ໄຟນຳ​ວິ​ຖືຢ່າງ​ລຽນຕິດ. ກ່ຽວ​ກັບ​ທາງ​ດ້ານເສດຖະກິດ ຝ່າຍ ຈີນ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ມີ​ການ​ກະທຳ ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ສະພາບການ​ຜະ​ລິດ​ເຫຼືອ​ເພື່ອ, ພ້ອມ​ທັງ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດ ອາດ​ຈະ​ມີຜົນສະທ້ອນ​ເຖິງ​ການ​ພົວພັນ​​ດ້ານ​ການ​ຄ້າ​ລະຫວ່າງ 2 ຝ່າຍ. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ເມ​ລິ​ກາ - ຈີນ ກໍ່ສະ​ແດງ​ຄວາມ​ກຽມພ້ອມ​ທີ່​ຈະ​ຮ່ວມ​ມື​ໃນ​ບັນຫາ​ນີ້. ຈີນ ​ໃຫ້​ຮູ້​ວ່າ: ຈະ​ປະກອບ 3 ຕື້ USD ​​ເພື່ອ​ແນ​ໃສ່​ສ້າງ​ກອງ​ທຶນ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 

ຂ່າວ/ບົດ​ອື່ນ