ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ອຳ​ນາດ​ການ​ປົກ​ຄອງ ​ຮົ່ງ​ກົງ

(VOVWORLD) -ວັນທີ 16 ທັນວາ, ທີ່ການພົບປະກັບທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ ຢູ່ນະຄອນຫຼວງ ປັກກິ່ງ ປະເທດຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາຂອງ ລັດຖະບານສູນກາງຈະສືບຕໍ່ສະໜັບສະໜູນທ່ານນາງໃນການນຳໜ້າເຂດບໍລິຫານພິເສດ ຮົ່ງກົງ (ປະເທດຈີນ).
ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ອຳ​ນາດ​ການ​ປົກ​ຄອງ ​ຮົ່ງ​ກົງ - ảnh 1ທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ (ພາບ: TTXVN) 

ທ່ານ ສີຈິ້ນຜິງ ຖືວ່າ ທ່ານນາງ Carrie Lam ໄດ້ນຳໜ້າ ອຳນາດການປົກຄອງ ຮົ່ງກົງ (ປະເທດຈີນ) ໃນການນຳໃຊ້ບັນດານະໂຍບາຍ ແລະ ມາດຕະການໜູນຊ່ວຍວິສາຫະກິດ, ແກ້ໄຂບັນດາຂໍ້ຫຍຸ້ງຍາກຂອງປະຊາຊົນ, ຄົ້ນຄ້ວາບັນດາວິທີການແກ້ໄຂບັນດາຂໍ້ຄົງຄ້າງໃນສັງຄົມຢ່າງເຂັ້ມງວດ.

        ລັດຖະບານຈີນຍາມໃດກໍ່ຢັ້ງຢືນວ່າ ຮົ່ງກົງແມ່ນ ເຂດບໍລິຫານພິເສດ ຂອງ ຈີນ, ບັນດາບັນຫາຂອງຮົ່ງກົງ ແມ່ນບັນດາບັນຫາພາຍໃນຂອງຈີນ. ລັດຖະບານຈີນ ມີຄວາມຕັດສິນໃຈປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມສະຫງົບ ແລະ ບັນດາຜົນປະໂຫຍດພັດທະນາ, ປະຕິບັດ ນະໂຍບາຍ “ປະເທດດຽວສອງລະບອບ” ແລະ ຄັດຄ້ານທຸກໆການແຊກແຊງໃດໆຈາກພາຍນອກ.

ບິກທ້ວນ - ນັກຂ່າວ vov ປະຈຳຈີນ

ຕອບກັບ

ຂ່າວ/ບົດ​ອື່ນ