ຈຳນວນຜູ້ຖືກເສຍຊີວິດແລະຮັບບາດເຈັບຍ້ອນເຫດລະເບີດຢູ່ນະຄອນທຽນສິນສືບຕໍ່ເພີ່ມຂຶ້ນ

ຈຳນວນຜູ້ຖືກເສຍຊີວິດແລະຮັບບາດເຈັບຍ້ອນເຫດລະເບີດຢູ່ນະຄອນທຽນສິນສືບຕໍ່ເພີ່ມຂຶ້ນ - ảnh 1
ເຫດ​ລະ​ເບີດ​ຢູ່ ທຽນ​ສິນ
ພາບ:Reuters

(vovworld)-​ໄລ່​ຮອດ​ຕອນ​ເຊົ້າ​ວັນ​ທີ 16/8, ພົບ​ເຫັນ​ຊາກ​ສົບ​ຂອງ 112 ຄົນພາຍ​ຫລັງ​ເຫດ​ລະ​ເບີດ​ 2 ຄັ້ງ​ຢູ່​ນະ​ຄອນ ທຽນ​ສິນ ພາ​ກ​ເຫນືອ​ປະ​ເທດ​ຈີນ​ໃນ​ຄ່ຳ​ຄືນ​ວັນ​ທີ 12/8. 95 ຄົນ​ຖ​ືກ​ຫາຍ​ສາບ​ສູນ, ໃນ​ນັ້ນ ພະ​ນັກ​ງານ​ດັບ​ເພີງ 85 ຄົນ. 722 ຄົນ​ຖືກ​ບາດ​ເຈັ​ບ​ພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ, ໃນ​ນັ້ນ 58 ຄົນ​ຖືກ​ເຈັບ​ສາ​ຫັດ. ວັນ​ທີ 15/8, ອຳ​ນາດ​ການ​ປົກ​ຄອງ ຈີນ ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ​​ດຳ​ລົງ​ຊີ​ວິດ​ຢູ່​ອ້ອມ​ແອ້ມ​ບໍ​ລິ​ເວນ​ເກີດ​ເຫດໄປ​ເຖິງ​ເຂດ​ປອດ​ໄພ ຍ້ອນ​ເປັນ​ຫ່ວງ​ຕໍ່​ຜົນ​ສະ​ທ້ອນ​ຈາກ​ສານ​ອັນ​ຕະ​ລາຍ. ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ໄດ້​ອອກ​ຄຳ​ສັ່ງ​ດ້ວຍ​ລາຍ​ລັກ​ອັກ​ສອນ ຮຽກ​ຮ້ອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຖອດ​ຖອນ​ບົດ​ຮຽນ​ຢ່າງ​ເລິກ​ເຊິ່ງ ພາຍ​ຫລັງ​ເຫດ​ລະ​ເບີດ​ທີ່ກໍ່​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ​ກ່ຽວ​ກັບ​ຊີ​ວິດ​ອິນ​ຊີ ແລະ ຊັບ​ສິນ​ຢູ່ ທຽນ​ສິນ.

       

 

 

 

ຂ່າວ/ບົດ​ອື່ນ