ຈຳນວນຜູ້ຖືກເສຍຊີວິດໃນເຫດລະເບີດຢູ່ທຽນສິນປະເທດຈີນສືບຕໍ່ເພີ່ມຂຶ້ນ

ຈຳນວນຜູ້ຖືກເສຍຊີວິດໃນເຫດລະເບີດຢູ່ທຽນສິນປະເທດຈີນສືບຕໍ່ເພີ່ມຂຶ້ນ - ảnh 1
ເຫດ​ລະ​ເບີດ​ຢູ່​ນະ​ຄອນ ທຽນ​ສິນ ປະ​ເທດ​ຈີນ
ພາບ:kienthuc.net

(vovworld)-ໄລ່​ມາ​ຮອດ​ວັນ​ທີ15/8, ມີ 85 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ເຫດ​ລະ​ເບີດ ​ສາງ​ສະ​ສົມ​ທາດ​ເຄ​ມີ​ອັນຕະລາຍ​ທີ່​​ນະຄອນ​ທຽນ​ສິນ​ປະ​ເທດ​ຈີນ, ໃນ​ນັ້ນ ມີ ນາຍ​ແລະ​ພົນຕຳຫຼວດ​ດັບ​ເພີງ 21 ຄົນ​ ແລະ ອີກ 720 ຄົນ​ຖືກ​ບາດ​ເຈັບ. ຄາດ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ອາດ​ຈະ​ເພີ່ມ​ຂຶ້ນ ຍ້ອນ​ອົງ​ການ​ກ່ຽວ​ຂ້ອງບໍ່​ທັນ​ເກັບ​ກຳ​​ໄດ້ບັນ​ຊີ​ລາຍ​ຊື່​ຜູ້​ຖືກ​ຫາຍ​ສາບ​ສູນ. ໃນ​ວັນ​ດຽວ​ກັນ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ທຽນ​ສິນ ໄດ້​ສົ່ງ​ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ​ລົງ​ບ່ອນ​ເກີດ​ເຫດເພື່ອ ກອບ​ກູ້​ແລະ​ແກ້​ໄຂ​ສຸກ​ເສີນ. ຄາດ​ວ່າ ເຫດ​ລະ​ເບີດ​ຢູ່​ນະ​ຄອນ ທຽນ​ສິນ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ 17.000 ຄອບ​ຄົວ, ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ກວ່າ 2000 ວິ​ສາ​ຫະ​ກິດ ແລະ ຮ້ານ​ຂາຍ​ສິນ​ຄ້າ.

 

ຂ່າວ/ບົດ​ອື່ນ