ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເກືອບ400ຄົນ
ຢູ່ອາບການິດສຖານມີ 115 ຄົນເສຍຊີວິດ
ແລະ ກວ່າ 500 ຄົນຮັບບາດເຈັບ
(ພາບ: AFP)
(vovworld) – ວັນທີ 27/10, ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ 350 ຄົນ, ພາຍຫຼັງເຫດແຜນດິນໄຫວມີຄວາມແຮງ 7,5 ຣິກເຕີ ເຮັດໃຫ້ພາກພື້ນອາຊີໃຕ້ສັ່ນສະເທື່ອນ. ໃນຂະນະນັ້ນ, ລັດຖະບານ, ກອງທັບບັນດາປະເທດ ແລະ ອົງການຈັດຕັ້ງພວມມານະພະຍາຍາມປະຕິບັດການກູ້ໄພກູ້ຊີບ. ຢູ່ປາກິດສຖານ, ສ່ືມວນຊົນທ້ອງຖິ່ນໄດ້ໃຫ້ຂ່າວກ່ຽວກັບຈຳນວນຜູ້ຖືກເສຍຊີວິດເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້ໄດ້ຂຶ້ນເຖິງ 270 ຄົນ ແລະ ກວ່າ 2.000 ຄົນຮັບບາດເຈັບ. ແຕ່ວ່າ, ກົມຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ຢັ້ງຢືນວ່າ, ມີຜູ້ເສຍຊີວິດປະມານ 230 ຄົນ ແລະ ກວ່າ 1.600 ຄົນຮັບບາດເຈັບ. ສ່ວນຢູ່ອາບການິດສຖານ, ທ່ານປະທານາທິບໍດີ Ashraf Ghani ໃຫ້ຮູ້ວ່າ, ມີ 115 ຄົນເສຍຊີວິດ ແລະ ກວ່າ 500 ຄົນຮັບບາດເຈັບ. ກຳລັງກູ້ໄພກູ້ຊີບໄດ້ເພີ່ມທະວີການຮັບມືຢ່າງຮີບດ່ວນຢູ່ບັນດາແຂວງທາງທິດເໜືອ ແລະ ທິດຕາເວັນອອກ.