ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ

ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ - ảnh 1
ມີ​ເຮືອນ​ປະມານ 20.000 ຫຼັງ​ຖືກ​​ພັງຖະຫຼົ່ມ
ໃນ​ເຫດ​ແຜ່ນດິນ​ໄຫວ​ຢູ່​ປາ​ກິດ​ສະຖານ​(  (
(ພາບ: AFP)

(Vovworld)- ບັນດາ​ເຈົ້າ​ໜ້າ​ທີ່​​ແຂວງ​ ບາ​ວລູຈິດ​ສະຖານ​ ແຫ່ງ​ປະ​ເທດ ປາ​ກິດ​ສະຖານ​ໄດ້​ປະກາດ​ເມື່ອ​ວັນ​ທີ 27/9 ວ່າ : ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວ​ຢູ່​ປາ​ກິດ​ສະຖານ​ໄດ້​ເພີ່ມ​ຂຶ້ນ​ເປັນ 515 ຄົນ, ​ແລະ ມີ​ເຮືອນ​ປະມານ 20.000 ຫຼັງ​ຖືກ​​ພັງຖະຫຼົ່ມ. ​ໃນ​ຂະນະ​ນັ້ນ, ບັນດາ​ກຸ່ມປະກອບ​ອາວຸດ​ໄດ້​ກ່າວ​ເຕືອນ​ຈະ​ບຸກ​ໂຈມ​ຕີ​ຕໍ່​ການ​ເຄື່ອນ​ໄຫວ​ຊ່ວຍ​ບັນ​ເທົ່າ​ທຸກ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຮັບ​ຜົນ​ສະທ້ອນ. ດັ່ງ​ນັ້ນ​ບັນດາ​ເຄື່ອນ​ໄຫວ​ຊ່ວຍ​ບັນ​ເທົ່າ​ທຸກ​ໃຫ້​ແກ່​ປະຊາຊົນ​ກໍ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ມີ​ເຮືອບິນ​ເອລີກ​ອບ​ເຕີ​ຫຼາຍ​ລຳ​ກໍ​ໄດ້​ຖືກ​ບຸກ​ໂຈມ​ຕີ​ໃນ 2 ມື້​ທີ່​ຜ່ານ​ມາ ​ແລະ ການ​ເຄື່ອນ​ໄຫວ​ຊ່ວຍ​ບັນ​ເທົ່າ​ທຸກ​ໃຫ້​ແກ່​ປະຊາຊົນ​ຢູ່ຫຼາຍ​ບໍລິ​ເວນ​ຢູ່​ແຫ່ງ​ຕ່າງໆ​ທີ່​ຫ່າງ​ໄກ​ສອກຫຼີກກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. 

ຂ່າວ/ບົດ​ອື່ນ