ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມນະຄອນ ໂຮ່ຈີມິນ ໃນໂອກາດບຸນເຕັດເພີ່ມຂຶ້ນຫຼາຍ

ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມນະຄອນ ໂຮ່ຈີມິນ ໃນໂອກາດບຸນເຕັດເພີ່ມຂຶ້ນຫຼາຍ - ảnh 1

ຈຳນວນແຂກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ ​​ໃນ​ໂອກາດ​ບຸນ​ເຕັດເພີ່ມ​ຂຶ້ນ​ຫຼາຍ

(ພາບ: C.Long)

(vovworld) – ຈຳນວນ​ແຂກ​ທ່ອງ​ທ່ຽວ​​ເຂົ້າ​ມາທ່ອງ​ທ່ຽວ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມ​ະ​ເສ​ງ 2013 ​ຢູ່​ນະຄອນ ​ໂຮ່ຈີມ​ິນ ​ເພີ່ມ​ຂຶນ​ຫຼາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ​ແຕ່​ວັນ​ທີ 1 – 9 ຂອງ​ບຸນ​ເຕັດ, ບໍລິສັດ​ທ່ອງ​ທ່ຽວ Viettraval ຮັບ​ໃຊ້​​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈຳນວນ 35.000 ​ເທື່ອ​ຄົນ, ​ເພີ່​ມຂຶ້ນ 25% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ບໍລິສັດ​ບໍລິການ​ທ່ອງ​ທ່ຽວ Saigontourist ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ 20.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2012. ທ່ານ ຫງວຽນ​ເທ໋ວິ​ງ, ຮອງ​ຜູ້ອຳ​ນວຍ​ການບໍລິສັດ​ບໍລິການ​ທ່ອງ​ທ່ຽວ Saigontourist ​ໃຫ້​ຮູ້​ວ່າ:

        “ບໍລິສັດ​ຜັນ​ຂະຫຍາຍ​ບັນດາ​ລາຍການ​ສົ່ງ​ເສີມ ​ແລະ ລາຍການ​ພົບ​ປະກັບ​ລູກ​ຄ້າ​ຢູ່​ງານ​ຕະຫຼາດນັດ​ກ່ຽວ​ກັບ​ກຳປັ່ນ​ທະ​ເລ​ສາກົນ​ຕ່າງໆ ຢູ່ ອາ​ເມ​ລິ​ກາ, ​ເອີ​ລົບ, ນັບ​ທັງ​ຢູ່ ອາຊີ. ທາງ​ບໍລິສັດ​ກໍ່​ມີ​ລູກ​ຄ້າ​ຂອງບັນດາ​ຕະຫຼາດ ​ເຢຍລະ​ມັນ, ອາ​ເມ​ລິ​ກາ, ​ແລະ ບາງ​ປະ​ເທດ ອາຊີ​ອື່ນໆ ທີ່​ເປັນ​ລູກ​ຄ້າ​ຂອງ 2 ບໍລິສັດ​ໃຫຍ່ Costa ​ແລະ Star Cruise ​ແລະ ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ທະ​ເລ​ອື່ນໆ ທີ່​ມາ 2 3 ຖ້ຽວຕໍ່​ປີ.”

 


ຂ່າວ/ບົດ​ອື່ນ