ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຈາກແງ່ມູມຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ໃນບັນດາສະພາບການວິກິດການ, ແມ່ຍິງແມ່ນກຸ່ມເປົ້າໝາຍຖືກຄວາມສ່ຽງສູງກວ່າເພີ່ນ, ແຕ່ກໍ່ແມ່ນປັດໃຈຕັ້ງໜ້າເພື່ອສ້າງການປ່ຽນແປງໃໝ່.
ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຈາກແງ່ມູມຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1ທີ່ເວທີປາໄສ
(ພາບ: phunuvietnam.vn)

ວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດເວທີປາໄສ “ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຈາກແງ່ມູມຄວາມສະເໝີພາບລະຫວ່າງຍິງ-ຊາຍ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະຫະພັນແມ່ຍິງຫວຽດນາມ ຮ່າທິງາ ແບ່ງປັນວ່າ, ໃນບັນດາສະພາບການວິກິດການ, ແມ່ຍິງແມ່ນກຸ່ມເປົ້າໝາຍຖືກຄວາມສ່ຽງສູງກວ່າເພີ່ນ, ແຕ່ກໍ່ແມ່ນປັດໃຈຕັ້ງໜ້າເພື່ອສ້າງການປ່ຽນແປງໃໝ່. ຍ້ອນເຫດນັ້ນ, ຕ້ອງສ້າງເງື່ອນໄຂເພື່ອໃຫ້ເອື້ອຍນ້ອງແມ່ຍິງເສີມຂະຫຍາຍທ່າແຮງ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ ແລະ ການພັດທະນາແບບຍືນຍົງເວົ້າລວມ. ຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລ້ວ, ບັນດາການເຄື່ອນໄຫວຂອງສະຫະສະມາຄົມ ຈະສືບຕໍ່ມຸ່ງໄປເຖິງການປຸກລຸກຄວາມຄາດຫວັງບືນຕົວຂຶ້ນ, ປ່ຽນແປງໃໝ່ປະດິດຄິດສ້າງ ກໍຄືເສີມຂະຫຍາຍບົດບາດ, ການປະກອບສ່ວນຂອງແມ່ຍິງ ເຂົ້າໃນວິວັດການພັດທະນາຢ່າງໄວ ແລະ ຍືນຍົງຂອງປະເທດຊາດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ