ຊຸກຍູ້ການພັດທະນາເສດຖະກິດລະຫວ່າງບັນດາແຂວງເຂດຊາຍແດນຫວຽດນາມ-ຈີນ

ຊຸກຍູ້ການພັດທະນາເສດຖະກິດລະຫວ່າງບັນດາແຂວງເຂດຊາຍແດນຫວຽດນາມ-ຈີນ - ảnh 1
ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ກ່ຽວ
(ພາບ: hagiang.gov.vn)

(vovworld) - ໃນ​ລະ​ຫວ່າງວັນ​ທີ 02 – 03/08, ທ່ານ​ ຫງວຽນ​ວັນ​ເຊີ​ນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຢາງ ໄ​ດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ ຈາງ​ຊຽ​ວ​ຫຼານ, ຮອງ​ເລ​ຂາ​​ຄະ​ນະ​ພັກ, ເຈົ້າ​ເມືອງ ເຈົາ​ກວນ​ຊານ, ແຂວງ ຢ​ວຽນ​ໜານ, ປະ​ເທດ​ຈີນ. ຢູ່​ທີ່ນີ້, ທ່ານ ຫງວຽນ​ວັນ​ເຊີນ ສະ​ເໝີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ 2 ທ້ອງ​ຖິ່ນ ແລະ ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ, ຜ່ານນັ້ນ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ ແລະ ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍໃນ​ທຸກໆ​ຂົງ​ເຂດ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແກ້​ໄຂ​ເລື່ອງ​ຄົນ​ງານ​ແຂວງ​ຮ່າ​ຢາງ ໄ​ປ​ເຮັດ​ວຽກ​ຢູ່​ບັນ​ດ​າ​ທ້ອງ​ຖິ່ນ​ແຂວງຢ​ວຽນ​ໜານ (ຈີນ) ຢ່າງ​ມີ​ປະ​ສິດ​ທະ​ຜົນ…

        ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ຮ່າ​ຢາງ, ຄະ​ນະ​ຜູ້​ແທນ ເຈົາ​ກວນ​ຊານ, ແຂວງ ຢ​ວຽນ​ໜານ ແລະ ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ຮ່າ​ຢາງ ໄ​ດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ກ່ຽວ​ກັບ​ການເປີດ​ບ່ອນ​ແຈ້ງ​ພາ​ສີ​ສິນ​ຄ້າ​ລະ​ຫວ່າງ​​ດ່ານ​ຊາຍ​ແດນ​ສາ​ກົນ ແທງ​ທຸຍ (ຫວຽດ​ນາມ) ແລະ ແທນ​ປາວ (ຈີນ).

ຂ່າວ/ບົດ​ອື່ນ