ຊຸ​ກ​ຍູ້​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອາ​ຊຽນ-ອີ​ຕາ​ລີ ກ່​ວາ​ອີກ

(VOVWORLD) - ບັນດາເອກອັກຄະລັດຖະທູດອາຊຽນ ຊົມເຊີຍບັນດາຄຳໝັ້ນສັນຍາຂອງ ອີຕາລີ ທີ່ມີຕໍ່ອາຊຽນ ແລະ ພາກພື້ນຜ່ານບັນດາຂໍ້ສະເໜີໂຄງການໃໝ່,.
ຊຸ​ກ​ຍູ້​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອາ​ຊຽນ-ອີ​ຕາ​ລີ ກ່​ວາ​ອີກ - ảnh 1

 (ພາບ: ຟ້າມຮ່າ-VOV Indonexia)

   ວັນທີ 9 ມິຖຸນາ, ກອງປະຊຸມຂອງຄະນະກຳມະການ ຄູ່ຮ່ວມມືພັດທະນາອາຊຽນ-ອີຕາລີ ຄັ້ງທີ 2 ໄດ້ດຳເນີນໄປຢູ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ Jakarta, Indonesia. ທ່ານເອກອັກຄະລັດຖະທູດຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ເຂົ້າຮ່ວມກອງປະຊຸມ. ທ່ານຮອງລັດຖະມົນຕີການຕ່າງປະເທດອີຕາລີ Manlio Di Stefano ເປັນປະທານຮ່ວມກອງປະຊຸມພ້ອມກັບທ່ານ Satvinder Singh ຮອງເລຂາທິການໃຫ່ຍອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດອາຊຽນ.

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດອາຊຽນ ຊົມເຊີຍບັນດາຄຳໝັ້ນສັນຍາຂອງ ອີຕາລີ ທີ່ມີຕໍ່ອາຊຽນ ແລະ ພາກພື້ນຜ່ານບັນດາຂໍ້ສະເໜີໂຄງການໃໝ່, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືພັດທະນາອາຊຽນ-ອີຕາລີ ກ່ວາອີກ, ນັບແຕ່ເມື່ອ ອາຊຽນ ແລະ ອີຕາລີ ສ້າງການພົວພັນເມື່ອເດືອນກັນຍາປີ 2020 ໃນປີປະທານອາຊຽນ ຂອງຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດອີຕາລີ Manlio Di Stefano ຢືນຢັນວ່າ ຈະສະໜັບສະໜູນບົດບາດໃຈກາງຂອງອາຊຽນ; ສະແດງຄວາມປາດຖະໜາ ຢາກຊຸກຍູ້ການຮ່ວມມືເລິກເຊິ່ງກ້ວາງຂວາງກັບອາຊຽນ ກ່ຽວກັບບັນດາຂົງເຂດ: ການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູເສດຖະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ, ພະລັງງານ, ການປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດ…

 

ຕອບກັບ

ຂ່າວ/ບົດ​ອື່ນ