ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ

(VOVWORLD) - ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ດີງາມ ຂອງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາ
ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ຕອ້ນຮັບທ່ານນາງ Toshiko Abe ສະມາຊິກສະພາຕ່ຳ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ (ພາບ: Van Diep/TTXVN)

ວັນທີ 17 ມັງກອນ 2019, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ໄດ້ຕອ້ນຮັບທ່ານນາງ Toshiko Abe ສະມາຊິກສະພາຕ່ຳ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດທີ່ທ່ານນາງ ເຂົ້າຮ່ວມງານບຸນ ຍີ່ປຸ່ນ - ຫວຽດ ຄັ້ງທີ 6 ຢູ່ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ດີງາມ ຂອງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍສະເພາະໃນປີ 2018 ເປັນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ. ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໃນການປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ລະຫວ່າງການນຳ ແລະ ປະຊາຊົນສອງປະເທດ ກໍ່ຄືໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດໃຫ້ພັດທະນາຢ່າງແຮງ, ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ