ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ ຫວຽດ​ນາມ ກັບ​ສາ​ກົນ

(VOVWORLD) -ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມີການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Nicolas Warnery. 
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ ຫວຽດ​ນາມ ກັບ​ສາ​ກົນ - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Nicolas Warnery 

ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບ ຮັບຮອງໃບປະກາດສະນິຍະບັດ ແລະ ວິວັດການບຳລຸງສ້າງ, ປ່ຽນແທນຂໍ້ຕົກລົງທີ່ໄດ້ຮັບການລົງນາມເມື່ອປີ 2015 ແລະ ພ້ອມແລ້ວທີ່ຈະລົງນາມເນື່ອງໃນໂອກາດການຢ້ຽມຢາມໃນໄລຍະຈະມາເຖິງຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ ຝລັ່ງ. ໃນໄລຍະຈະມາເຖິງ, ກະຊວງສຶກສາ ຫວຽດນາມ ມີຄວາມປາດຖະໜາຢາກໃຫ້ ສະຖານທູດ ຝລັ່ງ ເອົາໃຈໃສ່ໜູນຊ່ວຍບາງເນື້ອໃນໃຫ້ແກ່ການສຶກສາ ຫວຽດນາມ ຄືການຮຽບຮຽງປຶມສອນພາສາຝລັ່ງ ຕາມຫຼັກສູດການສຶກສາສາມັນໃໝ່, ຈັດສົ່ງຄູສອນ/ ຜູ້ອາສາສະໝັກ ຊາວຝລັ່ງ ມາຫວຽດນາມ ເພື່ອສອນພາສາຝລັ່ງ, ສືບຕໍ່ສະຫງວນທຶນການສຶກສາ ໃຫ້ແກ່ນັກສຶກສາຫວຽດນາມ ໄປ ຮ່ຳຮຽນຢູ່ຝລັ່ງ…

ທີ່ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນວັນຟຸກ ໄດ້ເນັ້ນໜັກເຖິງ ວິວັດການຮ່ວມມືໃນການສຶກສາ, ບຳລຸງສ້າງຢ່າງມີປະສິດທິຜົນ ລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ສະແດງຄວາມຫວັງ ຢາກໃຫ້ ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ແມ່ນຄູ່ຮ່ວມມືຍຸດທະສາດໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍເສດຖະກິດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ໃນຂອບເຂດເຫດການ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈະປະກາດໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ອົດສະຕາລີ ໄລຍະ 2021 – 2025, ທີ່ມີມູນຄ່າກ່ວາ 50 ລ້ານ AUD.

ຕອບກັບ

ຂ່າວ/ບົດ​ອື່ນ